ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ມະຫາວິທະຍາໄລ ວິທະຍາສາດ ທ້າຍຫງວຽນເຊັນ MOU ກັບ ມະຫາວິທະຍາໄລ ສຸພານຸວົງ, ສປປ ລາວ

ໃນວັນທີ 24 ກັນຍາ 2019, ຄະນະນຳຂອງມະຫາວິທະຍາໄລ ວິທະຍາສາດ ທ້າຍຫງວຽນ ໂດຍມີທ່ານ ຮສຈ.ດຣ. ນາງ ຟາມທິເຟື່ອງທ້າຍ ຮອງອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ທ້າຍຫງວຽນ ແລະ ທ່ານ ດຣ ນາງ ຫງວຽນທິເຟື່ອງມ່າຍ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລ ສຸພານຸວົງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ມະຫາວິທະຍາໄລ ສຸພານຸວົງ ສ້າງຕັ້ງຂຶ້ນໃນປີ 2003, ເປັນມະຫາວິທະຍາໄລແຫ່ງດຽວທີ່ຕັ້ງຢູ່ທາງພາກເໜືອຂອງລາວ, ເຊິ່ງໃນປັດຈູບັນແມ່ນມີນັກສຶກສາລວມຫຼາຍກວ່າ 3500 ຄົນ ໃນ 31 ຂະແໜງຮຽນທີ່ແຕກຕ່າງກັນ ແລະ ກຳລັງເປີດດຳເນີນການສິດສອນປະລິນຍາໂທ 2 ຫຼັກສູດ.

ຕາງໜ້າຝ່າຍມະຫາວິທະຍາໄລ ສຸພານຸວົງ ໃຫ້ກຽດຕ້ອນຮັບຄະນະລວມມີ: ທ່ານ ປທ ວິລະ ອາໂນລັກ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ, ທ່ານນາງ ດາວອນ ສີສຸລາດ ຫົວໜ້າຫ້ອງການຈັດຕັ້ງ-ຄຸ້ມຄອງພະນັກງານ, ທ່ານ ປທ ນາງ ຄຳພາ ອຳໄພທິບ ຮອງຄະນະບໍດີ ຄະນະພາສາສາດ, ທ່ານ ປທ ສອນເພັດ ທອງປະດິດ ຫົວໜ້າຫ້ອງການວິຊາການ, ທ່ານ ປທ ນາງ ບຸນທ່ຽງ ວົງຊວງທຳ ຮອງຫົວໜ້າຫ້ອງການ ພົວພັນຕ່າງປະເທດ ແລະ ບັນດາຄູອາຈານທີ່ສິດສອນພາຍໃນພາກວິຊາພາສາຫວຽດນາມ, ຄະນະພາສາສາດ.

ຮູບທີ 1: ທ່ານ ຮສຈ.ດຣ ນາງ ຟາມທິເຟື່ອງທ້າຍ ມີຄຳເຫັນໃນກອງປະຊຸມ

ໃນພິທີດັ່ງກ່າວ, ທັງສອງຝ່າຍໄດ້ນຳສະເໜີເຖິງຂໍ້ສະດວກ ແລະ ຈຸດພົ້ນເດັ່ນກໍ່ຄືໂອກາດໃນການສ້າງສາຍພົວພັນ, ແລກປ່ຽນເຊິ່ງກັນ ແລະ ກັນ. ພາຍຫຼັງການສົນທະນາແລກປ່ຽນຄວາມຄິດເຫັນຂອງສອງມະຫາວິທະຍາໄລ ແມ່ນໄດ້ມີການເຊັນ MOU, ສົນທະນາກ່ຽວກັບບັນຫາການເຝິກອົບຮົມ ແລະ ການຄົ້ນຄວ້າວິທະຍາສາດລະຫວ່າງສອງ ມະຫາວິທະຍາໄລ, ພິເສດແມ່ນການເຝິກອົບຮົມພາສາຫວຽດນາມ.

ຮູບທີ 2: ພິທີເຊັນ MOU ລະຫວ່າງສອງມະຫາວິທະຍາໄລ

ໃນການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ທ່ານ ຮສຈ.ດຣ ນາງ ຟາມທິເຟື່ອງທ້າຍ ໄດ້ລົງເຮັດວຽກກັບພາກວິຊາພາສາຫວຽດນາມຂອງຄະນນະພາສາສາດ. ທ່ານ ປທ ນາງ ຄຳພາ ອຳໄພທິບ ຮອງຄະນະບໍດີ ໄດ້ແຈ້ງເຖິງຄວາມຕ້ອງການໃນການສ້າງສາຍພົວພັນຮ່ວມມື ເພື່ອຈັດການເຝິກອົບຮົມພາສາຫວຽດນາມໃຫ້ກັບນັກສຶກສາລາວ ກໍ່ຄືຫຼັກສູດການແລກປ່ຽນນັກສຶກສາກັບທາງມະຫາວິທະຍາໄລ ວິທະຍາສາດ ທ້າຍຫງວຽນ.

ຮູບທີ 3: ຄະນະນຳມະຫາວິທະຍາໄລ ວິທະຍາສາດ ທ້າຍຫງວຽນ ລົງເຮັດວຽກກັບຄະນະພາສາສາດ

  ໃນໄລຍະເວລາການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ຄະນະນຳມະຫາວິທະຍາໄລ ວິທະຍາສາດທ້າຍຫງວຽນແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງຈາກທາງມະຫາວິທະຍາໄລ ສຸພານຸວົງ. ນອກນັ້ນ, ຍັງມີໂອກາດໄດ້ຮຽນຮູ້ກ່ຽວກັບຜູ້ຄົນ, ວັດທະນະທຳ ແລະ ທິວທັດທຳມະຊາດອັນສວຍສົດງົດງາມຂອງຫຼວງພະບາງເມືອງມໍລະດົກໂລກແຫ່ງນີ້ອີກດ້ວຍ. ນີ້ເປັນຮູບພາບບາງສ່ວນຂອງການໄປຢ້ຽມຢາມ ແລະ ເຮັດວຽກຂອງຄະນະນຳມະຫາວິທະຍາໄລ ວິທະຍາສາດທ້າຍຫງວຽນ ທີ່ນະຄອນຫຼວງພະບາງ, ສປປ ລາວ. 

ຮູບທີ 4: ທ່ານ ຮສຈ.ດຣ ນາງ ຟາມທິເຟື່ອງທ້າຍ ແລະ ທ່ານ ປທ ວິລະ ອາໂນລັກ ມອບຂອງທີ່ລະນຶກໃຫ້ກັນ ແລະ ກັນ

ຮູບທີ 5: ຄະນະນຳສອງຝ່າຍຖ່າຍຮູຍລວມໜ້າຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ

ຮູບທີ 6: ທ່ຽວຊົມຕະຫຼາດມືດ (ກາງຄືນ) ຫຼວງພະບາງ

ຮູບທີ 7: ຊົມພິທີໃສ່ບາດໃນຕອນເຊົ້າ- ເປັນໜຶ່ງໃນເອກະລັກດ້ານຮີດຄອງປະເພນີ-ວັດທະນະທຳອັນດີງາມຂອງເມືອງມໍລະດົກແຫ່ງນີ້

ຮູບທີ 8:​ ວັດຊຽງທອງ, ໜຶ່ງໃນວັດທີ່ເກົ່າແກ່ ແລະ ສັກສິດຂອງຊາວເມືອງຫຼວງພະບາງ

ຮູບທີ 9: ຕາກກວາງຊີ, ແຫຼ່ງທ່ອງທ່ຽວທຳມະຊາດທີ່ງົດງາມ ຫ່າງຈາກນະຄອນຫຼວງພະບາງພຽງ 30 ກິໂລແມັດ