ການຮັບເອົາເຂົ້າ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ກ່ຽວກັບການເຂົ້າຮຽນໃນລະດັບປະລິນຍາໂທແລະລະດັບປະລິນຍາເອກ 2019

ບັນດາຂະແໜ່ງການຝຶກອົບຮົມຫຼັງຈາກຈົບປະລິນຍາຕີ

ຄະນະວິຊາສະເພາະ 

ປະລິນຍາໂທ (2 ປີ)

ປະລິນຍາເອກ (4 ປີ)

ສື່ມວນຊົນ - ການສື່ສານ & ວັນນະຄະດີ ວັນນະຄະດີຫວຽດນາມ  
ການຄຸ້ຄອງຊັບພະຍາກອນ & ສິ່ງແວດລ້ອມ ການຄຸ້ມຄອງຊັບພະຍາກອນແລະສິ່ງແວດລ້ອມ  
ເຄມີສາດ ວິເຄາະເຄມີ  
ເທກໂນໂລຍີຊີວະສາດ ເທກໂນໂລຍີຊີວະສາດ ຊີວະສາດ
ເລກ - ຂ່າວສານ  ເລຂາຄະນິດ ຄະນິດສາດນຳໃຊ້
ວິທີການຄິດໄລ່ຄະນິດສາດຂັ້ນຕົ້ນ ທິດສະດີຄະນິດສາດແລະພຶດສະຄະນິດ
ຟິຊິກ & ເທກໂນໂລຍີຊີ ວິຊາແສງວິທະຍາ  
ປະຫວັດສາດ ປະຫວັດສາດຂອງພັກຄອມມູນິດຫວຽດນາມ  

 

ແຜນການຄັດເລືອກທີ່ຈະເຂົ້າຮຽນ

ເນື້ອໃນ

ເວລາ

ໝາຍເຫດ

ລົງທະບຽນ ຕັ້ງແຕ່ເດືອນ 3/2019 ~ ເດືອນ 8/2019 ສົ່ງເອກະສາານຜ່ານອີແມວ icms@tnus.edu.vn
ພິຈາລະນາ ເອກະສານ ທຸກໆອາທິດໃນການຄັດເລືອກນັກຮຽນເພື່ອເຂົ້າຮຽນ ນັກຮຽນຈະໄດ້ຮັບແຈ້ງການໂດຍ ກົງກ່ຽວກັບການກວດເອກະສາານ
ຂໍ້ຕົກລົງຮັບ ເຂົ້າຮຽນ

 • ນັກສຶກສາຈາກ ສ ປປ ລ: ຈະຖືກສົ່ງໄປຕາມທີ່ໄດ້ລົງທະບຽນ

 • ນັກສຶກສາທີ່ຫວຽດນາມ: ຈະຖືກສົ່ງໄປຕາມທີ່ໄດ້ລົງທະບຽນ ຫຼື ຈະໄດ້ຮັບການຕ້ອນຮັບຈາກຫ້ອງການວິທະຍາສາດ - ເຕັກໂນໂລຢີແລະຮ່ວມມືສາກົນ

ນັກສຶກສາໃຊ້ຂໍ້ຕົກລົງຮັບເຂົ້າຮຽນເພື່ອຂໍຂໍ້ຕົກລົງທີ່ສົ່ງໄປຮຽນຂອງ ກະຊວງສຶກສາແລະກິລາໃນລາວ
ສົ່ງຂໍ້ຕົກລົງທີ່ສົ່ງໄປຮຽນ ທ້າຍເດືອນ 7. ສະແກນແລະສົ່ງຜ່ານອີແມວ. ສະບັບແທ້ສົ່ງຕອນເຂົ້າຮຽນ

ນັກສຶກສາສົ່ງຂໍ້ຕົກສົ່ງຕົວຂອງກະຊວງສຶກສາແລະກິລາ

ລາຍງານເພື່ອ ເຂົ້າຮຽນ

• ນັກສຶກສາຈາກລາວ: ຈະຖືກສົ່ງໄປຕາມສະຖານທີທີ່ໄດ້ລົງທະບຽນໃນຕົ້ນເດືອນ 8/2019

• ນັກສຶກສາທີ່ຫວຽດນາມ: ຈະຖືກສົ່ງໄປຕາມສະຖານທີທີ່ໄດ້ລົງທະບຽນ ຫຼື  ຈະໄດ້ຮັບການຕ້ອນຮັບຈາກຫ້ອງການວິທະຍາສາດ - ເຕັກໂນໂລຢີແລະຮ່ວມມືສາກົນ

• ເວລາເຂົ້າຮຽນ: ຕັ້ງແຕ່ 20 ~ 30/8/2019

 

ເງື່ອນໄຂໃນການຄັດເລືອກເພື່ອເຂົ້າຮຽນ

  • ແຕ່ລະລະດັບການສຶກສາຮຽກຮ້ອງໃຫ້ນັກສຶກສາຕ້ອງມີໃບຢັ້ງຢືນພາສາຫວຽດນາມຫຼືໃບຢັ້ງຢືນອື່ນທີ່ທ່ຽບເທົ່າ. ຄວາມຮຽກຮ້ອງກ່ຽວກັບການເຂົ້າຮຽນມີລາຍລະອຽດດັ່ງລຸ່ມນີ້:

ລະດັບປະລິນຍາໂທ

  • ຕ້ອງຈົບສາຍການສຶກສາລະດັບປະລິນຍາຕີທີ່ຖືກຕ້ອງຫຼືຊອດຄ່ອງຕາມຂະແໜ່ງໃນລາວຫຼືທີ່ຫວຽດນາມ.

ລະດັບປະລິນຍາເອກ

  • ຈົບສາຍການສຶກສາລະດັບປະລິນຍາໂທທີ່ຖືກຕ້ອງຫຼືຊອດຄ່ອງຕາມຂະແໜ່ງໃນລາວຫຼືຫວຽດນາມ.

ສິ່ງທີ່ຄວນເອົາໃຈໃສ່ກ່ຽວກັບເງື່ອນໄຂໃນຄວາມຊຳນານພາສາຫວຽດ

  • ນັກສຶກສາທີ່ຍັງບໍ່ທັນມີໃບຢັ້ງຢືນທີ່ຖືກຕ້ອງຕາມເງື່ອນໄຂກ່ຽວກັບຄວາມສາມາດໃນດ້ານພາສາຫວຽດທີ່ໄດ້ກຳນົດໄວ້ຈະໄດ້ຖືກຈັດເຂົ້າຮຽນພາສາຫວຽດໃນໄລຍະ1ປີທີ່ມະຫາວິທະຍາໄລວິທະຍາສາດ

ແລະກໍ່ຈະໄດ້ຮັບໃບຢັ້ງຢືນພາສາຫວຽດເພື່ອເຂົ້າຮຽນໃນລະດັບມະຫາວິທະຍາໄລຕ່າງໆທີ່ຫວຽດນາມ.

ຄວາມຮຽກຮ້ອງກ່ຽວກັບເອກະສານທີ່ຈະເຂົ້າຮຽນ

  • ໃບລົງທະບຽນ (ແບບທີ່ເວບໄຊ);
  • ໃບປະກາດສະນີຍະບັດ,ໃບຄະແນນ;
  • ໃບຢັ້ງຢືນລະດັບຄວາມຮູ້ດ້ານພາສາຫວຽດນາມ; (ຖ້ານັກສຶກສາຍັງຂາດຄວາມຮູ້ດ້ານພາສາຫວຽດກໍ່ຕ້ອງໄດ້ກຽມພາສາຫວຽດກ່ອນເຂົ້າສາຍຮຽນທີ່ມະຫາວິທະຍາໄລຢ່າງເປັນທາງການ)
  • ໜັງສືຜ່ານແດນ (ສະບັບກອບປີ່);
  • ໃບກວດສຸຂະພາບຈາກໂຮງໝໍ;
  • ຮູບຂະໜາດ 4 x 6 cm 4 ໃບບໍ່ໃຫ້ກາຍ 6 ເດືອນກ່ອນທີ່ຈະສົ່ງໃບຂໍເຂົ້າຮຽນ;
  • ສັນຍາກ່ຽວກັບການຈ່າຍຄ່າເທີມ (ສຳລັບນັກສຶກສາມາຮຽນດ້ວຍທຶນສ່ວນຕົວ) (ແບບທີ່ເວບໄຊ); ຫຼື ເອກະສານການຮັບປະກັນດ້ານການເງິນ (ສໍາລັບນັກຮຽນທີ່ໄດ້ຮັບທຶນການສຶກສາ).

ຂັ້ນຕອນການຮັບສະໝັກ

  • ລົງທະບຽນສຳຮອງຜ່ານ email: icms@tnus.edu.vn
  • ເວລາ: ເອກະສາຈະໃດ້ອະນຸມັດໃນເວລາ 7 ວັນ ນັບແຕ່ເວລາໃດ້ຮັບ.
  •  ວິທີການອະນຸມັດ: ກວດກາຄວາມເໝາະສົມຂອງສາຍ/ສາຍສະເພາະ ແລະ ລະດັບການລົງທະບຽນຮຽນ, ຜົນການຮຽນ ແລະ ລະດັບຄວາມຮູ້ພາສາຫວຽດຂອງຜູ້ສະໝັກ.

ຜົນໄດ້ຮັບຈະໄດ້ແຈ້ງການແມ່ນ “ເງື່ອນໄຂພຽງພໍ ຫຼື ເງື່ອນໄຂບໍ່ພຽງພໍ”.

  • ຜູ້ສະໝັກຕ້ອງປະຕິບັດຕາມຂັ້ນຕອນຕໍ່ໄປແມ່ນໄດ້ລະບຸໄວ້ໃນແຜນການໆລົງທະບຽນ.

ຄ່າຮຽນ

  • ລະດັບຄ່າຮຽນຈະຕ້ອງປະຕິບັດຕາມຂໍ້ກຳນົດໃນປັດຈຸບັນຂອງກະຊວງສຶກສາ & ກໍ່ສ້າງຂອງຫວຽດນາມ. 1,0 LAK = 2,7 VND.

* ຄ່າຮຽນໃນຫຼັກສູດກຽມພາສາຫວຽດນາມ

ຫຼັກສູດ

VND

LAK

ກຽມພາສາຫວຽດນາມ (ໄດ້ຫຼຸດ 50%) 7.000.000 2.592.592

   

* ຄ່າຮຽນບັນດາຂະແໜ່ງຫຼັກສູກລະດັບປະລິນຍາໂທ (ຄິດໄລ່ພາຍໃນໄລຍະ 1 ປີ)

ສາຍວິຊາສະເພາະ

VND

LAK 

ວັນນະຄະດີຫວຽດນາມ, ປະຫວັດສາດຂອງພັກຄອມມູນິດຫວຽດນາມ 13.350.000 4.944.444
ການຄຸ້ມຄອງຊັບພະຍາກອນແລະສິ່ງແວດລ້ອມ, ການວິເຄາະເຄມີ, ເທກໂນໂລຢີຊີວະສາດ, ເລຂາຄະນິດ, ວິທີການຄະນິດສາດຂັ້ນຕົ້ນ, ວິຊາແສງວິທະຍາ 15.900.000 5.888.889

 

* ຄ່າຮຽນຂອງບັນດາຂະແໜ່ງການຝຶກອົບຮົມລະດັບປະລິນຍາດເອກ (ຄິດໄລ່ໃນໄລຍະ 1 ປີ)

ສາຍວິຊາສະເພາະ

VND

LAK 

ເຄມີຊີວະ, ເລຂາຄະນິດ, ທິດສະດີຄະນິດສາດແລະພຶດສະຄະນິດ 26.500.000 9.814.815

ຄ່າຫໍພັກ

  • ຄ່າຫໍພັກ: 1.500.000 VND/ຫ້ອງ/4ຄົນ/1 ເດືອນ. ແຕ່ທາງມະຫາວິທະຍາໄລໄດ້ຍັງຍົກເວັ້ນຄ່າຫໍພັກສຳລັບນັກສຶກສາລາວ.
  • ຄ່ານ້ຳ,ຄ່າໄຟ:ນັກສຶກສາຈະເປັນຄົນຈ່າຍເອງຕາມການວັກຕົວເລກກົງເຕີໄຟແລະກົງເຕີນ້ຳໃນທຸກໆເດືອນ.
  • ເຄື່ອງອຸປະກອນຕ່າງໆໃນຫໍພັກ:ແຕ່ລະຫ້ອງຈະມີ4ຕຽງ,ຫ້ອງອາບນ້ຳແລະຫ້ອງນ້ຳຈະຕິດກັນ,ນ້ຳໄຟມີຄົບ,ຕິດຕັ້ງພັດລົມແອ,ເຄື່ອງຄວາມຮ້ອນ,ພັດລົມແລະວັດຖຸສິ່ງຂອງທີ່ຕ້ອງການ.

ສິ່ງທີ່ນັກສຶກສາຄວນເອົາໃຈໃສ່

  • ເອກະສານທັ້ງໝົດທີ່ຈະສົ່ງໃຫ້ມະຫາວິທະຍາໄລຕ້ອງເປັນພາສາຫວຽດຫຼືພາສາອັງກິດ.ຖ້າເປັນເອກະສານທີ່ເປັນພາສາອື່ນຕ້ອງມີໃບແປເປັນພາສາຫວຽດນາມຫຼືພາສາອັງກິດເພື່ອຢັ້ງຢືນ.
  • ຖ້າເອກະສານສະບັບໃດຖືກກວດພົບວ່າມີສິ່ງທີ່ຜິດບໍ່ຖືກຕ້ອງຕາມຄວາມເປັນຈິງຫຼືເປັນເອກສານປອມ,ເອກະສານນັ້ນກໍ່ຈະຖືກຍົກເລີກ.
  • ນັກສຶກສາຕ້ອງສົ່ງໃບປະກາດສະນີຍະບັດໃບແທ້ກ່ອນເຂົ້າຮຽນພາກຮຽນທຳອິດ.
  • ທາງມະຫາວິທະຍາໄລຈະບໍ່ຮັບຜິດຊອບຕໍ່ການຍົກເລີກເອກະສານທີ່ຂໍເຂົ້າຮຽນເນື່ອງຈາກຂໍ້ມູນການຕິດຕໍ່ທີ່ບໍ່ຖືກຕ້ອງ (ທີ່ຢູ່,ເລກໂທລະສັບແລະອື່ນໆ).
  • ຖ້ານັກສຶກສາບໍ່ໄດ້ຮັບການອອກວີຊ່າຫຼືຖືກຍົກເລີກວີຊ່າ,ເອກະສານຂອງນັກສຶກສາຜູ້ນັ້ນກໍ່ຈະຖືກຍົກ ເລີກ.
  • ນັກສຶກສາທີ່ໄດ້ຮັບເງີນເບ້ຍລ້ຽງຫຼືເງີນອຸດໜູນຕ້ອງສົ່ງໃບຢັ້ງຢືນຫຼືຈົດໝາຍຢັ້ງຢືນຈາກອົງການຈັດຕັ້ງທີ່ຈະຈ່າຍຄ່າຮຽນໃນໄລຍະການສຶກສາ.
  • ນັກສຶກສາລາວທີ່ສຶກສາຢູ່ໃນມະຫາວິທະຍາໄລຫຼືສຶກສາຢູ່ໃນມະຫາວິທະຍາໄລວິທະຍາສາດຕ້ອງມີໃບຮັບປະກັນສຸຂະພາບຂອງຫວຽດນາມຫຼືອົງກອນທີ່ສະໜັບສະໜູນການຮັບປະກັນສຸຂະພາບໃນລາວ.

ສະຖານທີ່ສົ່ງເອຫະສານແລະຕິດຕໍ່

  • ຫ້ອງການວິທະຍາສາດ - ເຕັກໂນໂລຢີແລະຮ່ວມມືສາກົນ, (ເລກ 407), ມະຫາວິທະຍາໄລວິທະຍາສາດ - ມະຫາວິທະຍາໄລທ້າຍຫງວຽນ, ຕົວເມືອງ ເຕີນຖີ, ເມືອງ ທ້າຍຫງວຽນ, ແຂວງ ທ້າຍຫງວຽນ,
  • ພະນັກງານຮັບຜິດຊອບ: Nguyễn Thị Huyền Trang (ຫງ້ວຽນ ທິ ຫ່ຽນ ຈາງ),
  • ໂທລະສັບຕິດຕໍ່: (+84) (208) 3 903229;
  • Email: icms@tnus.edu.vn
  • Website: http://laos.tnus.edu.vn