ຍິນດີຕ້ອນຮັບ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ


 ຍິນດີຕ້ອນຮັບສູ່ມະຫາວິທະຍາໄລວິທະຍາສາດ ທ້າຍງວຽນ!

  ກ່ອນອື່ນໝົດ, ໃນນາມຄະນະຜູ້ບໍລິຫານຂອງມະຫາວິທະຍາໄລວິທະຍາສາດ ທ້າຍຫງວຽນ (TNUS), ຂໍອວຍພອນໄຊໃຫ້ບັນດາມະຫາວິທະຍາໄລ, ອົງການຈັດຕັ້ງ, ວິສະຫະກິດ, ຄູ-ອາຈານ, ນັກຮຽນ-ນັກສຶກສາທຸກທ່ານມີສຸຂະພາບແຂງແຮງ, ມີແຕ່ຄວາມສຸກແລະປະສົບຄວາມສໍາເລັດ.

  ໃນຖານະເປັນສະມາຊິກຂອງມະຫາວິທະຍາໄລວິທະຍາສາດ ທ້າຍງວຽນ, ມະຫາວິທະຍາໄລວິທະຍາສາດ ທ້າຍງວຽນ (TNUS)ມີພາລະກິດໃນການຝຶກອົບຮົມແລະບຳລຸງສົ່ງເສີມພະນັກງານທີ່ມີລະດັບປະລິນຍາຕີຫຼືສູງກ່ວາປະລິນຍາຕີໃນຂອບເຂດວິທະຍາສາດທໍາມະຊາດແລະສັງຄົມ, ປະກອບມີ: ປະລິນຍາຕີ ຂະແໜງຄະນິດສາດ-ວິທະຍາສາດຄອມພິວເຕີ, ຟີຊິກ, ເຄມີ, ວິທະຍາສາດສິ່ງແວດລ້ອມ, ຊີວະວິທະຍາ, ເທັກໂນໂລຢີຊີວະພາບ, ພູມສາດ, ປະຫວັດສາດ, ວັນນະຄະດີ, ວິທະຍາສາດການຄຸ້ມຄອງ, ສັງຄົມສົງເຄາະ…ປະລິນຍາໂທຂະແໜງ ຄະນິດສາດ, ຊີວະວິທະຍາ…ຫຼັກສູດປະລິນຍາເອກ ຂະແໜງຊີວະເຄມີ…ເປັນໂຄງການການຝຶກອົບຮົມທີ່ມີຄຸນນະພາບ, ມີຄຸນວຸດທິພາວະ, ມີອາຈານທີ່ອາຍຸໜຸ່ມນອ້ຍແຕ່ຄວາມສາມາດຫຼາກຫຼາຍ, ລະດັບການສຶ້ກສາແລະປະສົບການສູງ. ເປົ້າໝາຍຂອງພວກເຮົາແມ່ນຊີ້ທາງແລະນຳພາໃຫ້ນັກສຶ້ກສາກ້າວໄປສູ່ຄວາມສຳເລັດ. ໃນໄລຍະ 14 ປີຜ່ານມາ, ນັກສຶກສາທີ່ຈົບການສຶກສາຈາກມະຫາວິທະຍາໄລຂອງພວກເຮົາລວ້ນແຕ່ມີວຽກເຮັດງານທຳແລະມີລາຍຮັບທີ່ຫມັ້ນຄົງ.

  ພວກເຂົາໄດ້ຮັບການຍອມຮັບຈາກຕະຫຼາດແຮງງານດວ້ຍລະດັບຄວາມຮູ້ຄວາມສາມາດທີ່່ຕອບສະໜອງ, ຄວາມຄິດທີ່ເປັນເອກະລາດ, ການເຮັດວຽກແບບມືອາຊີບແລະຄວາມກະຕືລືລົ້ນ, ບໍ່ຢຸດຢັ້ງທີ່ຈະພັດທະນາຕົນເອງ.

   ນອກຈາກໂຄງການການຝຶກອົບຮົມແລ້ວ, ການຄົ້ນຄວ້າວິທະຍາສາດກໍຍັງເປັນຈຸດເດັ່ນຂອງ TNUS. ບົດຄົ້ນຄວ້າວິທະຍາສາດ ຂອງບັນດາອາຈານແລະນັກສຶກສາໄດ້ຮັບຄວາມສຳເລັດຢ່າງຍີ່ງ; ຫຼາຍກວ່າ 200 ບົດຄົ້ນຄວ້າວິທະຍາສາດ ໄດ້ຖືກເຜີຍແຜ່ໃນວາລະສານພາຍໃນແລະຕ່າງປະເທດ; ປື້ມແບບຮຽນໄດ້ຕີພີມອອກຈຳນວນຫຼວງຫຼາຍ; ຫຼາຍກ່ວາ 20 ເອກະສານອ້າງອິງໄດ້ຖືກລວບລວມແລະນໍາໃຊ້ໃນການສິດສອນຢູ່ TNUS. ນີ້ຍັງສະແດງໃຫ້ເຫັນເຖິງຄວາມສາມາດຂອງການຖ່າຍທອດຂໍ້ມູນຂ່າວສານ, ການຮ່ວມມືກັນໃນການຝຶກອົບຮົມນັ້ນແມ່ນປັດໃຈຫຼັກໃນການເຮັດວຽກຂອງມະຫາວິທະຍາໄລ.     

   ພວກເຮົາມຸ່ງໝັ້ນທີ່ຈະສ້າງສະພາບແວດລອ້ມການສຶກສາທີ່ເຂັ້ມແຂງ, ລະບົບການສຶກສາແບບເປີດກວ້າງ, ເປີດກົນໄກການເຮັດວຽກ, ສະໜັບສະໜຸນພອນສະຫວັນແລະຈະເປັນຕົວເຊື່ອມຕໍ່ໃຫ້ນັກສຶກສາ, ນັກຄົ້ນຄວ້າກ້າວໄປເຖິງຄວາມສຳເລັດໃນການພັດທະນາ ອົງກອນ, ວິສາຫະກິດແລະປະເທດຊາດບ້ານເມືຶອງໃຫ້ມີຄວາມສີວິໄລ. ເປົ້າໝາຍການສ້າງມະຫາວິທະຍາໄລວິທະຍາສາດໃຫ້ກາຍເປັນມະຫາວິທະຍາໄລທີ່ສຳຄັນຂອງ ມະຫາວິທະຍາໄລທ້າຍງວຽນແລະພາຍໃນຂົງເຂດດັ່ງກ່າວບໍ່ພຽງແຕ່ເປັນເປົ້າໝາຍຂອງຄູອາຈານແລະນັກສຶກສາແຕ່ຍັງສອດຄອ້ງກັບຜົນປະໂຫຍດສວ່ນລວມຂອງໜວ່ຍງານ, ຂອງອົງກອນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແລະຂອງສັງຄົມອີກດວ້ຍ. ດັ່ງນັ້ນ, ພວກເຮົາຫວັງຢ່າງຍີ່ງວ່າຈະຍັງໄດ້ຮັບການຮວ່ມມືກັນ, ການສະໜັບສະໜຸນຂອງອົງການຈັດຕັ້ງ, ອົງກອນ, ວິສະຫະກິດ, ນອ້ງໆນັກຮຽນ, ນັກສຶກສາທາງພາຍໃນແລະຕ່າງປະເທດ.     

   ຂໍຂອບໃຈ!