ເງື່ອນໄຂຮັບເຂົ້າຮຽນ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ການຮັບສະໝັກເຂົ້າຮຽນໃນລະດັບປະລິນຍາຕີ (ທຶນສວ່ນຕົວ) 2020

ມະຫາວິທະຍາໄລວິທະຍາສາດແມ່ນໜຶ່ງໃນ 7 ມະຫາວິທະຍາໄລທີ່ເປັນສະມາຊິກຂອງມະຫາວິທະຍາໄລທ້າຍງວຽນທີ່ຝຶກອົບຮົມ,ບຳລຸງພະນັກງານທີ່ມີການສຶກສາລະດັບມະຫາວິທະຍາໄລໄປຈົນເຖິງລະດັບປະລິນຍາເອກ ໃນຂອບເຂດວິທະຍາສາດເຕັກໂນໂລຢີ, ເຕັກນິກ, ວິທະຍາສາດສັງຄົມແລະມະນຸດ. ມະຫາວິທະຍາໄລວິທະຍາສາດກໍ່ຍັງໄດ້ຝຶກອົບຮົມນັກສຶກສາຈຳນວນຫຼາຍກວ່າ 1000 ຄົນ, ນັກສຶກສາທີ່ຈົບແມ່ນມີວຽກເຮັດງານທຳທີ່ໝັ່້ນຄົງ. ນອກນັ້ນ, ມະຫາວິທະຍາໄລຍັງເປັນຫົວໜ່ວຍນຳໜ້າບັນດາມະຫາວິທະຍາໄລໃນການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລທ້າຍງວຽນ. ມະຫາວິທະຍາໄລຍັງໄດ້ຝຶກອົບຮົມນັກຮຽນ-ນັກສຶກສາຕ່າງປະເທດແລະການຝຶກງານເຊັ່ນ: ນັກສຶກສາລາວ, ຈີນ, ຝຣັ່ງ, ອົດສເຕຣເລຍ, ໂປແລນ, ໃຕ້ຫວັນ, ໄທ...ໃນປີ 2019, ທາງມະຫາວິທະຍາໄລມີຫຼັກສູດວິຊາສະເພາະລະດັບປະລິນຍາຕີເພື່ອຮັບນັກສຶກສາຊຸດໃໝ່ດັ່ງລຸ່ມນີ້:

 ບັນດາຂະແໜງຮຽນ ລະດັບປະລິນຍາຕີ ແລະ ລະດັບຊັ້ນກາງ-ຊັ້ນສູງຂື້ນປະລິນຍາຕີຂອງມະຫາວິທະຍາໄລວິທະຍາສາດທ້າຍງວຽນ

ຄະນະວິຊາສະເພາະ ສາຂາລະດັບປະລິນຍາຕີ (4ປີ)

* ເຊື່ອມຕໍ່ແຕ່ຊັ້ນສູງຂື້ນມະຫາໄລ (1,5 ປີ)

** ເຊື່ອມຕໍ່ແຕ່ຊັ້ນກາງຂື້ນມະຫາໄລ (2,5ປີ)

ທ່ອງທ່ຽວ

- ສາຂາ ທ່ອງທ່ຽວ

- ສາຂາ ບໍລິຫານການທ່ອງທ່ຽວ-ການໂຮງແຮມ

- ສາຂາ ພູມສາດທໍາມະຊາດ

- ສາຂາ ພາສາຫວຽດນາມ

- ສາຂາ ບໍລິຫານການທ່ອງທ່ຽວ-ການໂຮງແຮມ *,**

- ສາຂາ ພາສາຫວຽດນາມ *

ກົດໝາຍແລະຄຸ້ມຄອງສັງຄົມ

- ສາຂາ ກົດໝາຍ

- ສາຂາ ວຽກງານສັງຄົມ

- ສາຂາ ວິທະຍາສາດການຄຸ້ມຄອງ

- ສາຂາ ກົດໝາຍ *, **

- ສາຂາ ວຽກງານສັງຄົມ *

- ສາຂາ ວິທະຍາສາດການຄຸ້ມຄອງ *,**

 

ການຄຸ້ມຄອງຊັບພະຍາກອນ ແລະ ສິ່ງແວດລ້ອມ

- ສາຂາ ຄຸ້ມຄອງຊັບພະຍາກອນແລະສິ່ງແວດລ້ອມ

- ສາຂາ ວິທະຍາສາດ ສີ່ງແວດລອ້ມ

 

 ສາຂາ ວິທະຍາສາດ ສີ່ງແວດລອ້ມ*
ຂ່າວສານດ້ານໜັງສືພິມ, ການສື່ສານແລະວັນນະຄະດີ

- ສາຂາ ຂ່າວສານດ້ານໜັງສືພິມ

- ສາຂາ ວັນນະຄະດີ

ສາຂາ ວັນນະຄະດີ*
ເຄມີສາດ

- ສາຂາ ເຄມີສາດ

- ສາຂາ ເຄມີຢາ

- ສາຂາ ເຕັກໂນໂລຍີ່ ວິສະວະກໍາເຄມີ

ສາຂາ ເຄມີສາດ*
ເຕັກໂນໂລຍີ່ຊີວະສາດ

- ສາຂາ  ເຕັກໂນໂລຍີ່ຊີວະສາດ

- ສາຂາ ຊີວະສາດ

ສາຂາ ຊີວະສາດ*
ຄະນິດສາດ-ຄອມພິວເຕີ້

- ສາຂາ ຄະນິດສາດ

- ສາຂາ ຄະນິດສາດ-ຄອມພິວເຕີ້

- ສາຂາ ຄະນິດສາດນຳໃຊ້

ສາຂາ ຄະນິດສາດ*
ວິທະຍາສາດພື້ນຖານ

- ສາຂາ ພາສາອັງກິດ (ພາສາອັງກິດທອ່ງທ່ຽວ)

- ສາຂາ ຂໍ້ມູນຫໍສະມຸດ (ຫໍສະໝຸດ-ອຸປະກອນການສອນ)

 

ສາຂາ ຂໍ້ມູນຫໍສະມຸດ (ຫໍສະໝຸດ-ອຸປະກອນການສອນ)*,**
ປະຫວັດສາດ

- ສາຂາ ປະຫວັດສາດ

 
ຟີຊິກສາດແລະເຕັກໂນໂລຢີ່ - ສາຂາ ຟີຊິກສາດ

 

ສາຂາ ຟີຊິກສາດ*

 

 ຂໍ້ມູນການຮັບສະໝັກຮຽນ

ເນື້ອໃນ ເວລາ ໝາຍເຫດ
  ຕັ້ງແຕ່ເດືອນ 3/2019 ~ ເດືອນ 8/2019  ສົ່ງເອກະສາານຜ່ານອີແມວ icms@tnus.edu.vn
ພິຈາລະນາ ເອກະສານ ທຸກໆອາທິດໃນການຄັດເລືອກນັກຮຽນເພື່ອເຂົ້າຮຽນ ນັກຮຽນຈະໄດ້ຮັບແຈ້ງການໂດຍ ກົງກ່ຽວກັບການກວດເອກະສາານ
ຂໍ້ຕົກລົງຮັບ ເຂົ້າຮຽນ

• ນັກສຶກສາຈາກ ສ ປປ ລ: ຈະຖືກສົ່ງໄປຕາມທີ່ໄດ້ລົງທະບຽນ

• ນັກສຶກສາທີ່ຫວຽດນາມ: ຈະຖືກສົ່ງໄປຕາມທີ່ໄດ້ລົງທະບຽນ ຫຼື ຈະໄດ້ຮັບການຕ້ອນຮັບຈາກຫ້ອງການວິທະຍາສາດ - ເຕັກໂນໂລຢີແລະຮ່ວມມືສາກົນ

ນັກສຶກສາໃຊ້ຂໍ້ຕົກລົງຮັບເຂົ້າຮຽນເພື່ອຂໍຂໍ້ຕົກລົງທີ່ສົ່ງໄປຮຽນຂອງ ກະຊວງສຶກສາແລະກິລາໃນລາວ
ສົ່ງຂໍ້ຕົກລົງທີ່ສົ່ງໄປຮຽນ ທ້າຍເດືອນ 7. ສະແກນແລະສົ່ງຜ່ານອີແມວ. ສະບັບແທ້ສົ່ງຕອນເຂົ້າຮຽນ ນັກສຶກສາສົ່ງຂໍ້ຕົກສົ່ງຕົວຂອງກະ ຊວງສຶກສາແລະກິລາ
ລາຍງານເພື່ອ ເຂົ້າຮຽນ

• ນັກສຶກສາຈາກລາວ: ຈະຖືກສົ່ງໄປຕາມສະຖານທີທີ່ໄດ້ລົງທະບຽນໃນຕົ້ນເດືອນ 8/2019

• ນັກສຶກສາທີ່ຫວຽດນາມ: ຈະຖືກສົ່ງໄປຕາມສະຖານທີທີ່ໄດ້ລົງທະບຽນ ຫຼື  ຈະໄດ້ຮັບການຕ້ອນຮັບຈາກຫ້ອງການວິທະຍາສາດ - ເຕັກໂນໂລຢີແລະຮ່ວມມືສາກົນ

• ເວລາເຂົ້າຮຽນ: ຕັ້ງແຕ່ 20 ~ 30/8/2019

ເງື່ອນໄຂໃນການຄັດເລືອກເພື່ອເຂົ້າຮຽນ

  •   ແຕ່ລະລະດັບການສຶກສາຕ້ອງມີໃບຢັ້ງຢືນພາສາຫວຽດນາມຫຼືໃບຢັ້ງຢືນອື່ນທີ່ທ່ຽບເທົ່າ. ເງື່ອນໄຂການເຂົ້າຮຽນມີລາຍລະອຽດດັ່ງລຸ່ມນີ້:

ລະດັບປະລິນຍາຕີ

  • ນັກຮຽນລາວທີ່ຈົບການສຶກສາຊັ້ນມັດທະຍົມຕອນປາຍ ຫຼື ໃກ້ຄຽງ.

ຈາກຊັ້ນກາງ ແລະ ຊັ້ນສູງຂື້ນປະລິນຍາຕີ

  • ຈົບການສຶກສາ, ມີໃບປະກາສະນີຍະບັດຊັ້ນກາງຫຼືຊັ້ນສູງທີ່ຖືກຕ້ອງຫຼືຊອດຄ່ອງຕາມສາຂາໃນລາວຫຼື ຫວຽດນາມ.

ສິ່ງທີ່ຄວນເອົາໃຈໃສ່ກ່ຽວກັບເງື່ອນໄຂໃນການກຽມພາສາຫວຽດ

  • ນັກສຶກສາທີ່ຍັງບໍ່ທັນມີໃບຢັ້ງຢືນທີ່ຖືກຕ້ອງຕາມເງື່ອນໄຂກ່ຽວກັບຄວາມສາມາດໃນດ້ານພາສາຫວຽດທີ່ໄດ້ກຳນົດໄວ້ຈະໄດ້ຖືກຈັດເຂົ້າຮຽນພາສາຫວຽດໃນໄລຍະ 01 ປີ ທີ່ມະຫາວິທະຍາໄລວິທະຍາສາດແລະກໍ່ຈະໄດ້ຮັບ ໃບຢັ້ງຢືນພາສາຫວຽດເພື່ອເຂົ້າຮຽນໃນລະດັບປະລິນຍາຕີໃນສາຂາຕ່າງໆທີ່ຫວຽດນາມ.

 ກ່ຽວກັບເອກະສານທີ່ຈະຕອ້ງຍື່ນເພື່ອເຂົ້າຮຽນ

  • ໃບລົງທະບຽນ (ສາມາດດາວໂຫຼດແບບຟອມໄດ້ທີ່ http://tuyensinh.tnus.edu.vn/uploads/media/thong-bao/2018/PhuLu_02.doc);
  • ໃບປະກາສະນີຍະບັດ, ໃບຄະແນນ;
  • ໃບຢັ້ງຢືນລະດັບຄວາມຮູ້ດ້ານພາສາຫວຽດນາມ; (ຖ້ານັກສຶກສາຍັງບໍ່ມີໃບປະກາດກຽມພາສາຫວຽດກໍ່ຕ້ອງໄດ້ກຽມພາສາຫວຽດກ່ອນເຂົ້າຮຽນວິຊາສະເພາະ)
  • ໜັງສືຜ່ານແດນ (ສະບັບກອບປີ່);
  • ໃບກວດສຸຂະພາບຈາກໂຮງໝໍ;
  • ຮູບຂະໜາດ 4 x 6 cm 4 ໃບບໍ່ໃຫ້ກາຍ 6 ເດືອນກ່ອນທີ່ຈະສົ່ງໃບຂໍເຂົ້າຮຽນ;
  • ສັນຍາກ່ຽວກັບການຈ່າຍຄ່າເທີມ (ສຳລັບນັກສຶກສາມາຮຽນດ້ວຍທຶນສ່ວນຕົວ); ຫຼື ເອກະສານການຮັບປະກັນດ້ານການເງິນ (ສໍາລັບນັກຮຽນທີ່ໄດ້ຮັບທຶນການສຶກສາ).

ຂັ້ນຕອນການຮັບສະໝັກ

  • ລົງທະບຽນສຳຮອງຜ່ານ email: icms@tnus.edu.vn
  • ອະນຸມັດເອກະສານ
    • ເວລາ: ເອກະສານຈະໄດ້ຕອບຮັບພາຍໃນ 7 ວັນ ຫຼັງຈາກຢື່ນເອກະສານ
    • ທິດທາງການອະນຸມັດ: ກວດກາຄວາມເໝາະສົມຂອງສາຂາວິຊາສະເພາະ ແລະ ລະດັບການລົງທະບຽນຮຽນ, ຜົນການຮຽນ ແລະ ລະດັບຄວາມຮູ້ພາສາຫວຽດຂອງຜູ້ສະໝັກ. ຜົນຕອບຮັບຈາກມະຫາວິທະຍາໄລແມ່ນຈະແຈ້ງການວ່າ “ເງື່ອນໄຂພຽງພໍ ຫຼື ເງື່ອນໄຂບໍ່ພຽງພໍ” ສຳລັບການຮັບສະໝັກຮຽນ.
  • ແຈ້ງການຮັບສະໝັກ ແລະ ແຈ້ງການຮັບເຂົ້າຮຽນ: ຜູ້ສະໝັກຕ້ອງປະຕິບັດຕາມຂັ້ນຕອນຕໍ່ໄປແມ່ນໄດ້ລະບຸໄວ້ໃນແຜນການໆລົງທະບຽນ.

ລະບົບເບ້ຍລ້ຽງສຳລັບນັກສຶກສາທີ່ມາຮຽນດ້ວຍທຶນຕົວເອງ

  • ສຳລັບນັກສຶກສາຊັ້ນກາງ ແລະ ຊັ້ນສູງຂື້ນຮຽນມະຫາວິທະຍາໄລ
    • ສຳລັບນັກສຶກສາ 100% ຈະໄດ້ຮັບສ່ວນຫຼຸດ 30% ຂອງຄ່າຮຽນ 15 ໜ່ວຍກິດພາກຮຽນທຳອິດ.
    • ຫຼຸດຄ່າຫໍພັກ 50%.
  • ສຳລັບນັກສຶກສາປະລິນຍາຕີຂຶ້ນໄປ
    • ນັກສຶກສາ 5 ຄົນທີ່ມີຜົນການຮຽນສູງສຸດຈະຖືກຍົກເວັ້ນບໍ່ໄດ້ເສບຄ່າຮຽນພາກຮຽນທຳອິດ.
    • ນັກສຶກສາ 5 ຄົນທີ່ມີໃບຢັ້ງຢືນວ່າເປັນຄອບຄົວທຸກຍາກຈາກການອົງການຈັດຕັ້ງທີ່ກ່ຽວຂ້ອງໃນ ສປປ ລາວ ຈະໄດ້ຮັບທຶນການສຶກສາ 100% ຂອງຄ່າຮຽນ.
    • ນັກສຶກສາກຽມພາສາຫວຽດນາມຈະໄດ້ຮັບສ່ວນຫຼຸດຄ່າຮຽນ 50%.
    • ນັກສຶກສາລາວຈະໄດ້ຮັບການຍົກເວັ້ນຄ່າຫໍພັກໃນເວລາທີ່ສຶກສາທີ່ມະຫາວິທະຍາໄລ.

ຄ່າຮຽນສຳລັບນັກສຶກສາທີ່ມາຮຽນດ້ວຍທຶນຕົວເອງ

  • ລະດັບຄ່າຮຽນຈະຕ້ອງປະຕິບັດຕາມຂໍ້ກຳນົດໃນປັດຈຸບັນຂອງກະຊວງສຶກສາ & ກໍ່ສ້າງຂອງຫວຽດນາມ. 1,0 LAK = 2,7 VND.

ຄ່າຮຽນໃນຫຼັກສູດກຽມພາສາຫວຽດນາມ

ຫຼັກສູດ VND LAK
ກຽມພາສາຫວຽດນາມ (ຫຼຸດ 50%ແລ້ວ) 7.000.000 2.592.592

 

ຄ່າຮຽນສຳລັບສາຂາຊັ້ນກາງຂື້ນປະລິນຍາຕີ (ຈົບຫຼັກສູດ)

ສາຍຮຽນ VND LAK

ສາຂາ ບໍລິຫານການທ່ອງທ່ຽວ-ການໂຮງແຮມ, ກົດໝາຍ, ວິທະຍາສາດການຄຸ້ມຄອງ, ວິທະຍາສາດສິ່ງແວດລ້ອມ, ຂໍ້ມູນຫອ້ງສະໝຸດ, ຟີຊິກສາດ

24.640.000 9.125.925

 

ຄ່າຮຽນສຳລັບສາຂາຊັ້ນສູງຂື້ນມະຫາວິທະຍາໄລ (ຈົບຫຼັກສູດ)

ສາຍຮຽນ VND LAK

ສາຂາ ບໍລິຫານການທ່ອງທ່ຽວ-ການໂຮງແຮມ, ພາສາຫວຽດນາມ, ວຽກງານສັງຄົມ, ຄຸ້ມຄອງວັດທະນະທຳ, ວິທະຍາສາດການຄຸ້ມຄອງ, ວິທະຍາສາດສິ່ງແວດລ້ອມ, ວັນນະຄະດີ, ເຄມີສາດ, ຊີວະສາດ, ຄະນິດສາດ, ຂໍ້ມູນຫໍສະໝຸດ, ຟີຊີກສາດ

14.000.000 5.185.185

 

ຄ່າຮຽນສຳລັບສາຂາຫຼັກສູດປະລິນຍາຕີ (ສຳລັບ 1 ປີ)

ສາຍຮຽນ VND LAK
ສາຂາ ກົດໝາຍ, ຂ່າວສານດ້ານໜັງສືພິມ, ພາສາຫວຽດນາມ, ວັນນະຄະດີ, ວຽກງານສັງຄົມ, ການຄຸ້ມຄອງວັດທະນາທຳ, ວິທະຍາສາດການຄຸ້ມຄອງ, ຂໍ້ມູນຫໍສະໝຸດ, ປະຫວັດສາດ, ພາສາອັງກິດ (ພາສາອັງກິດ ການທ່ອງທ່ຽວ) 8.900.000 3.285.345

ສາຂາ ທ່ອງທ່ຽວ, ບໍລິຫານການທ່ອງທ່ຽວ-ການໂຮງແຮມມ, ວິທະຍາສາດສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນແລະສິ່ງແວດລ້ອມ, ເຄມີຢາ, ເທກໂນໂລຢີວິສະວະກໍາເຄມີ, ເທກໂນໂລຢີຊີວະສາດ, ຄະນິດສາດນຳໃຊ້, ພູມສາດທຳມະຊາດ, ຟີຊີກສາດ, ຊີວະສາດ, ເຄມີສາດ, ຄະນິດສາດ - ຄອມພິວເຕີ

10.600.000 3.912.883

ຄ່າຫໍພັກ

  • ເຄື່ອງອຸປະກອນຕ່າງໆໃນຫໍພັກ:ແຕ່ລະຫ້ອງຈະມີ4ຕຽງ,ຫ້ອງອາບນ້ຳແລະຫ້ອງນ້ຳຈະຕິດກັນ,ນ້ຳໄຟມີຄົບ,ຕິດຕັ້ງພັດລົມແອ,ເຄື່ອງຄວາມຮ້ອນ,ພັດລົມແລະວັດຖຸສິ່ງຂອງທີ່ຕ້ອງການ.  
  • ຄ່ານ້ຳ,ຄ່າໄຟ:ນັກສຶກສາຈະເປັນຄົນຈ່າຍເອງຕາມການວັກຕົວເລກກົງເຕີໄຟແລະກົງເຕີນ້ຳໃນທຸກໆເດືອນ.

ສິ່ງທີ່ນັກສຶກສາຄວນເອົາໃຈໃສ່

  • ເອກະສານທັ້ງໝົດທີ່ຈະສົ່ງໃຫ້ມະຫາວິທະຍາໄລຕ້ອງເປັນພາສາຫວຽດຫຼືພາສາອັງກິດ.ຖ້າເປັນເອກະສານທີ່ເປັນພາສາອື່ນຕ້ອງມີໃບແປເປັນພາສາຫວຽດນາມຫຼືພາສາອັງກິດເພື່ອຢັ້ງຢືນ.
  • ຖ້າເອກະສານສະບັບໃດຖືກກວດພົບວ່າມີສິ່ງທີ່ຜິດບໍ່ຖືກຕ້ອງຕາມຄວາມເປັນຈິງຫຼືເປັນເອກສານປອມ,ເອກະສານນັ້ນກໍ່ຈະຖືກຍົກເລີກ.
  • ນັກສຶກສາຕ້ອງສົ່ງໃບປະກາດສະນີຍະບັດໃບແທ້ກ່ອນເຂົ້າຮຽນພາກຮຽນທຳອິດ.
  • ທາງມະຫາວິທະຍາໄລຈະບໍ່ຮັບຜິດຊອບຕໍ່ການຍົກເລີກເອກະສານທີ່ຂໍເຂົ້າຮຽນເນື່ອງຈາກຂໍ້ມູນການຕິດຕໍ່ທີ່ບໍ່ຖືກຕ້ອງ (ທີ່ຢູ່,ເລກໂທລະສັບແລະອື່ນໆ).
  • ຖ້ານັກສຶກສາບໍ່ໄດ້ຮັບການອອກວີຊ່າຫຼືຖືກຍົກເລີກວີຊ່າ,ເອກະສານຂອງນັກສຶກສາຜູ້ນັ້ນກໍ່ຈະຖືກຍົກ ເລີກ.
  • ນັກສຶກສາທີ່ໄດ້ຮັບເງີນເບ້ຍລ້ຽງຫຼືເງີນອຸດໜູນຕ້ອງສົ່ງໃບຢັ້ງຢືນຫຼືຈົດໝາຍຢັ້ງຢືນຈາກອົງການຈັດຕັ້ງທີ່ຈະຈ່າຍຄ່າຮຽນໃນໄລຍະການສຶກສາ.
  • ນັກສຶກສາລາວທີ່ສຶກສາຢູ່ໃນມະຫາວິທະຍາໄລຫຼືສຶກສາຢູ່ໃນມະຫາວິທະຍາໄລວິທະຍາສາດຕ້ອງມີໃບຮັບປະກັນສຸຂະພາບຂອງຫວຽດນາມຫຼືອົງກອນທີ່ສະໜັບສະໜູນການຮັບປະກັນສຸຂະພາບໃນລາວ.

ສະຖານທີ່ສົ່ງເອຫະສານແລະຕິດຕໍ່ 

  • ຫ້ອງການວິທະຍາສາດ - ເຕັກໂນໂລຢີແລະຮ່ວມມືສາກົນ, (ເລກ 407), ມະຫາວິທະຍາໄລວິທະຍາສາດ - ມະຫາວິທະຍາໄລທ້າຍຫງວຽນ, ຕົວເມືອງ ເຕີນຖີ, ເມືອງ ທ້າຍຫງວຽນ, ແຂວງ ທ້າຍຫງວຽນ,
  • ພະນັກງານຮັບຜິດຊອບ: Nguyễn Thị Huyền Trang (ຫງ້ວຽນ ທິ ຫ່ຽນ ຈາງ),
  • ໂທລະສັບຕິດຕໍ່: (+84) (208) 3 903229;
  • Email: icms@tnus.edu.vn
  • Website: http://laos.tnus.edu.vn