ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ມະຫາວິທະຍາໄລ ວິທະຍາສາດ ທ້າຍງວຽນ ຈັດຕັ້ງພິທີເປີດສົກຮຽນໃໝ່ 2019-2020 ແລະສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 17 ປີ

ໃນຕອນເຊົ້າຂອງວັນທີ 24/10/2019, ທີ່ຫໍປະຊຸມມະຫາວິທະຍາໄລທ້າຍງວຽນ ໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ 2019-2020ແລະສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລວິທະຍາສາດຄົບຮອບ 17 ປີ (24 ຕຸລາ 2002 - 24 ຕຸລາ 2019)

ບັນດາຄູອາຈານແລະນັກສຶກສາຂອງມະຫາວິທະຍາໄລວິທະຍາສາດ ໃນພິທີເປີດສົກຮຽນ ໃໝ່ ແລະວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 17 ປີ

ເຂົ້າຮ່ວມພິທີດັ່ງກ່າວ, ຝ່າຍຄະນະຜູ້ແທນ ມີທ່ານສາດສະດາຈານ ດຣ. ເຈີ່ນແທັງເວິນ - ຮອງອະທິການບໍດີມະຫາວິທະຍາໄລ ທ້າຍງວຽນ, ຜູ້ຕາງໜ້າບັນດາພະແນກໃນມະຫາວິທະຍາໄລ ທ້າຍງວຽນ, ສະຫະພັນຊາວໜຸ່ມ, ສະຫະພັນນັກສຶກສາ, ຕາງໜ້າບັນດາໜວ່ຍງານຄູ່ຮ່ວມງານຂອງມະຫາວິທະຍາໄລພ້ອມດ້ວຍຜູ້ນຳທຸກລຸ້ນ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາຂອງມະຫາວິທະຍາໄລວິທະຍາສາດ. ທາງຝ່າຍມະຫາວິທະຍາໄລ ວິທະຍາສາດ ມີທ່ານ ຮອງສາດສະດາຈານ ດຣ. ຫງວຽນວັນດັງ - ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ, ທ່ານ ຮອງສາດສະດາຈານ ດຣ. ຟາມທິເຮືອງທ້າຍ - ຮອງອະທິການບໍດີ,  ທ່ານ ດຣ. ຈິກແທັງຮ່າຍ - ປະທານສະພາມະຫາວິທະຍາໄລ, ຫົວໜ້າ ພະແນກການສຶກສາ, ພ້ອມດ້ວຍຄູ-ອາຈານແລະນັກຮຽນ-ນັກສຶກສາຈາກທຸກຄະນະວິຊາ / ພາກວິຊາ, ໂດຍສະເພາະແມ່ນການເຂົ້າຮ່ວມຂອງນັກສຶກສາຊຸດໃໝ່ ລຸ້ນ K17 ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢ່າງຟົດຟື້ນມວ່ນຊື່ນ.

ບັນຍາກາດພິທີເປີດສົກຮຽນໃໝ່ 2019-2020

ທ່ານ ຮອງສາດສະດາຈານ ດຣ. ຫງວຽນວັນດັງ - ອະທິການບໍດີມະຫາວິທະຍາໄລໄດ້ກ່າວສະຫຼຸບສັງລວມບັນດາຜົນງານທີ່ໜ້າຊື່ນຊົມຂອງມະຫາວິທະຍາໄລເຊັ່ນ: ພະນັກງານ - ລັດຖະກອນມີຄຸນວຸດທິວິຊາຊີບລະດັບປະລິນຍາເອກຂື້ນໄປ ກວມຫຼາຍກວ່າ 40%, ພະນັກງານ-ລັດຖະກອນ ທີ່ມີຊັ້ນຕຳແໜ່ງເຖິງ ຮອງສາດສະດາຈານ ດຣ ຫຼາຍກວ່າ 100 ທ່ານ, ຂອບເຂດການຝຶກອົບຮົມຫຼາຍກວ່າ 5000 ນັກຮຽນ-ນັກສຶກສາ-ນັກຄົ້ນຄວ້າແລກປ່ຽນ. ພິເສດ, ໃນສົກຮຽນທີ່ຜ່ານມາ, ມະຫາວິທະຍາໄລໄດ້ມີຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດທີ່ມີການເຜີຍແຜ່ລະດັບປະເທດແລະລະດັບສາກົນຈຳນວນຫຼວງຫຼາຍເຊັ່ນ: 02 ຫົວຂໍ້ເອກະລາດ ຂັ້ນປະເທດ, 10 ຫົວຂໍ້ຄົ້ນຄ້ວາວິທະຍາສາດພື້ນຖານທີ່ຂຶ້ນກັບກອງທຶນ Nafosted, 18 ຫົວຂໍ້ ຂັ້ນກະຊວງ, 5 ຫົວຂໍ້ ຂັ້ນແຂວງແລະ 35 ຫົວຂໍ້ ຂັ້ນມະຫາວິທະຍາໄລແລະເຜີຍແຜ່ 75 ຫົວຂໍ້ຂ່າວ ໃນ ISI/Scopus, ໃນນັ້ນ 60 ຫົວຂໍ້ແມ່ນຢູ່ໃນ ໝວດ ISI. 

ໃນສົກຮຽນຜ່ານມາ, ທາງມະຫາວິທະຍາໄລຍັງໄດ້ສຸມໃສ່ລົງທຶນຫຼາຍກວ່າ 35 ຕື້ດົ່ງ (ປະມານ 13 ຕື້ກີບ) ສຳລັບຫ້ອງທົດລອງທີ່ສຳຄັນໃນການສຶກສາຮ່ຳຮຽນ. ທ່ານ ຮອງສາດສະດາຈານ ດຣ. ຫງວຽນວັນດັງ ຍັງໄດ້ກ່າວເພີ່ມເຕີມວ່າ: ເພື່ອໃຫ້ໄດ້ຮັບໝາກຜົນທີ່ໜ້າພາກພູມໃຈຄືກັບມື້ນີ້ແມ່ນຍ້ອນຄວາມສູ້ຊົນພະຍາຍາມ, ຄວາມສາມັກຄີເປັນບຶກແຜ່ນດຽວກັນ, ຄວາມຄິດສ້າງສັນຂອງພະນັກງານ, ອາຈານແລະນັກສຶກສາມະຫາວິທະຍາໄລວິທະຍາສາດທ້າຍຫງວຽນ ທີ່ບໍ່ຢຸດຢັ້ງແຂ່ງຂັນພັດທະນາ, ຮວ່ມແຮງຮວ່ມໃຈກັນກໍ່ສ້າງ ພັດທະນາມະຫາວິທະຍາໄລມາເປັນເວລາຫລາຍປີ.

ທ່ານ ຮອງສາດສະດາຈານ ດຣ. ຫງວຽນວັນດັງ  - ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ຂື້ນກ່າວຄຳປາໄສແລະຕີກອງເພື່ອເປີດສົກຮຽນໃໝ່ ຢ່າງເປັນທາງການ

ໃນພິທີ, ທ່ານ ຮອງສາດສະດາຈານ ດຣ. ຫງວຽນວັນດັງ ຕາງໜ້າມະຫາວິທະຍາໄລວິທະຍາສາດ ໄດ້ກ່າວຄຳຂວັນເພື່ອຕ້ອນຮັບສົກຮຽນໃໝ່ - ປີທີ່ 18 ຂອງມະຫາວິທະຍາໄລວິທະຍາສາດ ດ້ວຍຄຳຂວັນທີ່ວ່າ “ຄຸນນະພາບ - ວິໄນ - ບາດກ້າວໃໝ່”.  ພອ້ມດຽວກັນນັ້ນ ທ່ານຍັງກ່າວເພີ່ມເຕີມເຖິງບັນດານັກຮຽນ, ນັກນັກສຶກສາຂອງມະຫາວິທະຍາໄລທຸກຄົນວ່າ: “ ພວກເຂົາມີຄວາມເຊື່ອໝັ້ນທີ່ຈະສຶກສາພັດທະນາຕົນຈາກມະຫາວິທະຍາໄລແຫ່ງນີ້,  ດັ່ງນັ້ນ ທາງມະຫາວິທະຍາໄລ ກໍ່ຈະຊ່ວຍສະໜັບສະໜຸນແລະສ້າງເງື່ອນໄຂທີ່ດີທີ່ສຸດໃນການຮຽນຮູ້ແລະການຄົ້ນຄວ້າວິທະຍາສາດ, ປະກອບສ່ວນສ້າງພື້ນຖານຂອງຄວາມສຳເລັດໃນອະນາຄົດ. ຈົ່ງໝັ້ນໃຈໃນເສັ້ນທາງທີ່ທ່ານໄດ້ເລືອກໄວ້, ຈູດແສງໄຟແຫ່ງຄວາມຝັນໃຫ້ເປັນຈິງ, ຢ່າຢຸດຢັ້ງທີ່ຈະສະແຫວງຫາຮຽນຮູ້,ຄົ້ນຄວ້າວິທະຍາສາດແລະພັດທະນາຄວາມຄິດສ້າງສັນເພື່ອບັນລຸຜົນສຳເລັດ”.

ໃນບັນຍາກາດອັນອົບອຸ່ນຂອງພິທີ, ທ່ານ ຮອງສາດສະດາຈານ ດຣ.ເຈີ່ນແທັງເວິນ - ຮອງອະທິການບໍດີ ມະຫາວິທະຍາໄລທ້າຍງວຽນ ໄດ້ຂື້ນກ່າວຄຳປາໄສແລະຊົມເຊີຍຜົນງານທີ່ບັນດາພະນັກງານ, ອາຈານແລະນັກສຶກສາຂອງມະຫາວິທະຍາໄລວິທະຍາສາດບັນລຸໄດ້ໃນສົກຮຽນທີ່ຜ່ານມາ. ພາຍໃຕ້ການອະນຸມັດຊີ້ນຳນຳພາຂອງຄະນະ ກຳມະການປະຊາຊົນແຂວງ ທ້າຍງວຽນ, ທ່ານ ຮອງສາດສະດາຈານ ດຣ. ເຈີ່ນແທັງເວິນ ໄດ້ຕາງໜ້າມອບທຸງໜ່ວຍງານການເຄື່ອນໄຫວແລະແຂ່ງຂັນດີເດັ່ນ ປະຈຳສົກຮຽນ 2018-2019 ຈາກຄະນະກຳມະການປະຊາຊົນແຂວງ ທ້າຍງວຽນເປັນຜູ້ມອບ ແລະທາງມະຫາວິທະຍາໄລ ທ້າຍງວຽນ ກໍ່ມອບ ຫຼຽນກຳມະກອນແຮງງານດີເດັ່ນ ປະຈຳສົກຮຽນ 2018-2019 ແກ່ມະຫາວິທະຍາໄລ ວິທະຍາສາດອີກດວ້ຍ.

ທ່ານ ຮອງສາດສະດາຈານ ດຣ. ເຈີ່ນແທັງເວິນ - ຮອງອະທິການບໍດີ ມອບທຸງແລະດອກໄມ້ອວຍພອນສົກຮຽນໃໝ່ແກ່ມະຫາວິທະຍາໄລ ວິທະຍາສາດ

ພ້ອມກັນນີ້, ໃນບັນຍາກາດການຕ້ອນຮັບນັກສຶກສາໃໝ່ ລຸ້ນ K17, ນາງ ຫງວຽນ ອຽນ ເຟືອງ - ອະດີດນັກສຶກສາຄະນະທ່ອງທ່ຽວ ລຸ້ນ K12 ໄດ້ຂື້ນກ່າວຄວາມຮູ້ສຶກ, ແຮງບັນດານໃຈແລະແບ່ງປັນປະສົບການຂອງນາງກ່ຽວກັບການຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງນີ້. ນອກຈາກນັ້ນ ໃນບັນຍາກາດອັນຟົດຟື້ນຂອງພິທີ, ນາງ ໄຊສະໄຫວ ວົງຄຳຈັນ - ນັກສຶກສາລາວຊຸດໃໝ່ ລຸ້ນ K17 ຕາງໜ້າໃຫ້ນັກສຶກສາ ລຸ້ນ K17 ມະຫາວິທະຍາໄລວິທະຍາສາດ ຂື້ນປະຕິຍານຕົນວ່າ:  ພວກຂ້າພະເຈົ້າຈະຕັ້ງໃຈຮ່ຳຮຽນແລະປະຕິບັດໃຫ້ສຳເລັດພາລະໜ້າທີ່ໄດ້ຮັບມອບໝາຍ, ພວກຂ້າພະເຈົ້າສັນຍາວ່າຈະສືບຕໍ່ຕາມຮອຍລຸ້ນອ້າຍເອື້ອຍ, ສືບຕໍ່ສ້າງຜົນງານໃຫ້ສົມທີ່ເປັນນັກສຶກສາຂອງມະຫາວິທະຍາໄລວິທະຍາສາດ”.

ຕາງໜ້າມະຫາວິທະຍາໄລ ມອບໃບຍອ້ງຍໍບຸກຄົນ, ນິຕິບຸກຄົນ ແກ່ອາຈານ, ນັກສຶກສາທີ່ມີຜົນງານດີເດັ່ນໃນສົກຮຽນ 2018-2019

ໃນພິທີດັ່ງກ່າວນີ້, ມະຫາວິທະຍາໄລ ທ້າຍງວຽນ ແລະມະຫາວິທະຍາໄລວິທະຍາສາດ ກໍ່ຍັງໄດ້ຖືໂອກາດມອບໃບຍ້ອງຍໍໃຫ້ແກ່ບັນດາອາຈານແລະນັກຮຽນທີ່ມີຜົນງານດີເດັ່ນໃນສົກຮຽນ 2018-2019. ນອກນັ້ນ ຜູ້ຕາງໜ້າ ສາຂາທະນາຄານ Agribank Thai Nguyen ກໍ່ໄດ້ມອບທຶນການສຶກສາໃຫ້ນັກສຶກສາທີ່ມີຄວາມຫຍຸ້ງຍາກຂາດເຂີນດ້ານເສດຖະກິດແຕ່ມີຈິດໃຈສູ້ຊົນ, ເອົາໃຈໃສ່, ບໍ່ຍອມທໍ້ຖອຍຕໍ່ການຮ່ຳຮຽນ. ທຶນການສຶກສາເຫຼົ່ານີ້ຈະເປັນແຮງຈູງໃຈທີ່ຈະຊ່ວຍໃຫ້ນັກສຶກສາພະຍາຍາມຮຽນຮູ້ແລະຝຶກອົບຮົມຕື່ມອີກເພື່ອກາຍເປັນບຸກຄະລາກອນທີ່ມີປະສິດທິພາບຂອງປະເທດໃນອະນາຄົດ.

ຮູບພາບເພີ່ມເຕີມຂອງບັນຍາກາດໃນງານ: