ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

52 ຄົນເປັນນັກສືກສາລາວທີ່ມາຈາກມະຫາວິທະຍາໄລວິທະຍາສາດໄດ້ສຳເລັດການສັກຢາປ້ອງກັນພະຍາດໂຄວິດ-19 ຄົບຕາມຈຳນວນ2ເຂັມ

ວັນທີ26 ຕຸລານີ້, ມະຫາວິທະຍາໄລວິທະຍາສາດໄດ້ສົມທົບກັບສູນການແພດນະຄອນທ້າຍຫງວຽນ, ໂຮງໝໍມະຫາວິທະຍາໄລແພດສາດແລະການຢາໄດ້ສືບຕໍ່ເຜີຍແຜ່ການສັກວັກຊີນເຂັມທີ2 ເພື່ອປ້ອງກັນພະຍາດໂຄວິດ-19ໃຫ້ແກ່ນັກສືກສາລາວຈໍານວນ 52 ຄົນທີ່ກຳລັງສືກສາຮ່ຳຮຽນຢູ່ໂຮງຮຽນ.ທາງໂຮງຮຽນໄດ້ຈັດຕັ້ງລົດສົ່ງພວກນ້ອງໆໄປບ່ອນສັກຢາ,ປະຕິບັດການຕາມທາງການແພດແລະກວດກາພະຍາດ. ນັກສືກສາໄດ້ຮັບການແນະນຳຕັກເຕືອນຢ່າງລະມັດລະວັງກ່ຽວກັບອາການທົ່ວໄປຫລັງຈາກສັກຢາປ້ອງກັນຕົວເອງເພື່ອຕິດຕາມສຸຂະພາບຕົນເອງແລະປະຕິບັດຕາມກົດລະບຽບ5k ຢ່າງເຂັ້ມງວດໃນການປ້ອງກັນການລະບາດ. ພະນັກງານແພດຂອງໂຮງຮຽນຕິດຕາມຢ່າງໃກ້ຊິດສຸຂະພາບຂອງນັກຮຽນຕ່າງປະເທດເພື່ອຮັບມືກັບສະຖານະການທີ່ເກີດຂື້ນໂດຍກະທັນຫັນ.

ດັ່ງນັ້ນ, ມາຮອດຈຸດນີ້ ຫລາຍກວ່າ95% ຂອງຈຳນວນນັກສືກສາຕ່າງປະເທດທີ່ຮຽນຢູ່ມະຫາວິທະຍາໄລວິທະຍາສາດ ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ19 ຄົບຈຳນວນ2ເຂັມ. ນີ້ຈະຊ່ວຍໃຫ້ນັກສືກສາມີຄວາມຮູ້ສືກປອດໄພໃນການສືກສາແລະການເຮັດວຽກ. ນັກຮຽນທຸກຄົນທີ່ໄດ້ຮັບການສັກຢາປ້ອງກັນພະຍາດກໍມີຄວາມຕື່ນເຕັ້ນທີ່ຈະໄດ້ເຂົ້າເຖິງວັກຊີນກ່ອນໄວອັນຄວນແລະຂອບໃຈທາງໂຮງຮຽນທີ່ເປັນຫ່ວງໃຍແລະໃສ່ໃຈນັກສືກສາລາວ.  ການຈັດຕັ້ງສັກວັນຊີນໃຫ້ນັກສືກສາລາວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງມະຫາວິທະຍາໄລວິທະຍາສາດທ້າຍຫງວຽນເວົ້າສະເພາະແລະທາງສະຖານທູດລາວຢູ່ຫວຽດນາມເວົ້າລວມຕໍ່ກັບນັກສືກສາຕ່າງປະເທດ, ປະກອບສ່ວນກໍ່ສ້າງສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມແລະລາວໃຫ້ຍືນຍາວແລະຫມັ້ນຄົງຄືຄຳເວົ້າຂອງປະທານໄກສອນພົມວິຫານໄດ້ກ່າວໄວ້ວ່າ: ພູຜາສາມາດຫລຸ້ຍຫ້ຽນ,ເສື່ອມສະຫລາຍ, ແມ່ນ້ຳລຳເຊສາມາດເຫືອດແຫ້ງ, ແຕ່ວ່າສາຍພົວພັນລະຫວ່າງລາວ - ຫວຽດນາມຈະຍືນຍາວຫມັ້ນຄົງແລະແຂງແກ່ນກວ່າພູຜາແລະແມ່ນ້ຳລຳເຊຕ່າງໆ.

ຮູບບາງສ່ວນຂອງຕອນໄປສັກຢາ

ຮູບ1-7

                   

                                                                                                                                                                                                         TNUS MEDIA