ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020) ແລະກອງປະຊຸມສຳມະນາ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020) ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 2020 - 13 ທັນວາ 2020), ໃນວັນທີ 2 ທັນວາ 2020, ມະຫາວິທະຍາໄລ ວິທະຍາສາດ ໄດ້ຈັດກອງປະຊຸມສຳມະນາ “ສາຍພົວພັນພິເສດ ລາວ-ຫວຽດນາມ (1930-2020)”, ເພື່ອປະກອບສ່ວນຮັດແໜ້ນ ສາຍພົວພັນ ມິດຕະພາບແສນພິເສດ ລະຫວ່າງສອງປະເທດ ລາວ-ຫວຽດນາມ, ສ້າງບັນຍາກາດເບີກບານມ່ວນຊື່ນ, ຕື່ນເຕັ້ນ, ຊຸກຍູ້ໃຫ້ນັກສຶກສາລາວ ສະບາຍໃຈໃນການຮ່ຳຮຽນ.

ພາບລວມຂອງພິທີ

ເຂົ້າຮ່ວມກອງປະຊຸມ, ຝ່າຍບັນດາຜູ້ແທນ ປະກອບດວ້ຍ ທ່ານ ສຈ.ດຣ ເຈິ່ນ ແທັງ ເວິນ - ຮອງອະທິການບໍດີ ມະຫາວິທະຍາໄລ ທ້າຍງວຽນ, ສະມາຊິກສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງທ້າຍງວຽນ. ສວ່ນຝ່າຍມະຫາວິທະຍາໄລ ວິທະຍາສາດ ປະກອບດວ້ຍ ທ່ານ ສຈ.ດຣ ຫງວ໊ຽນ ວັນ ດັງ - ເລຂາຄະນະພັກ, ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ,, ທ່ານ ສຈ.ດຣຟ້າມ ທິ ເຟືອງ ທ້າຍ - ຮອງອະທິການບໍດີ, ທ່ານ ສຈ.ດຣ ຈິ່ງ ແທັງ ຮ່າຍ - ຫົວໜ້າ ພະແນກຝຶກອົບຮົມ-ຄຸ້ມຄອງວິທະຍາສາດແລະຮວ່ມມືສາກົນ, ທ່ານ ປ.ເອກ ຫງວຽນ ມິງ ຕວ໋ນ - ກຳມະການຄະນະພັກ, ຫົວໜ້າ ຄະນະ ວິທະຍາສາດສັງຄົມແລະມະນຸດສາດ, ຕາງໜ້າການນຳ ຂອງບັນດາອົງການຈັດຕັ້ງມະຫາຊົນ, ຫົວໜ້າໜ່ວຍງານ ທີ່ກ່ຽວຂ້ອງ ຂອງມະຫາວິທະຍາໄລ ເຊັ່ນ: ພະແນກກິດຈະການນັກສຶກສາ, ພະແນກທົ່ວໄປ, ຄະນະຊາວໜຸ່ມ - ສະຫະພັນນັກສຶກສາ…; ພ້ອມດ້ວຍອາຈານ, ນັກສຶກສາແລະນັກສຶກສາລາວທຸກຄົນ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລ ວິທະຍາສາດ.

ທ່ານ ສຈ.ດຣ ເຈິ່ນ ແທັງ ເວິນ - ຮອງອະທິການບໍດີ ມະຫາວິທະຍາໄລທ້າຍງວຽນ ກ່າວຄຳປາໄສໃນພິທີ

ໃນພິທີດັ່ງກ່າວ, ທ່ານ ສຈ.ດຣ ຫງວ໊ຽນ ວັນ ດັງ ຕາງໜ້າຜູ້ນຳ ມະຫາວິທະຍາໄລ ວິທະຍາສາດ ໄດ້ສົ່ງຄຳອວຍພອນອັນອົບອຸ່ນ ມາຍັງນັກສຶກສາລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ທ່ານຢືນຢັນວ່າມະຫາວິທະຍາໄລ ວິທະຍາສາດ ຈະສືບຕໍ່ໃຫ້ການສະໜັບສະໜູນ ນັກສຶກສາລາວ; ຊ່ວຍໃຫ້ພວກເຂົາສຳເລັດການສຶກສາ, ພ້ອມດຽວກັນນີ້ ກໍ່ໃຫ້ການສະ ໜັບສະໜູນພວກເຂົາໃນທຸກດ້ານ ເພື່ອຊ່ວຍໃຫ້ນັກສຶກສາລາວຮູ້ສຶກໝັ້ນໃຈ ໃນການເຮັດວຽກແລະສຶກສາ.. ໃນໂອກາດນີ້, ທ່ານຍັງໄດ້ສົ່ງ ຄຳອວຍພອນໄຊອັນປະເສີດ ມາຍັງບັນດານັກສຶກສາລາວ ທີ່ກຳລັງສຶກສາຮ່ຳຮຽນຢູ່ໃນ ມະຫາວິທະຍາໄລ ວິທະຍາສາດ, ຂໍໃຫ້ນັກສຶກສາຕັ້ງໃຈຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມຕົນເອງ, ປະກອບສ່ວນນຳພາບ້ານເກີດເມືອງນອນ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສືບຕໍ່ປົກປັກຮັກສາ ແລະ ພັດທະນາສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ - ລາວ, ພ້ອມກັນນັ້ນຍັງສືບຕໍ່ໂຄສະນາພາບພົດ ຂອງມະຫາວິທະຍາໄລ ໃຫ້ພະນັກງານແລະປະຊາຊົນລາວ.

ທ່ານ ສຈ.ດຣ ຫງວ໊ຽນ ວັນ ດັງ - ອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ອວຍພອນໄຊ ມາຍັງບັນດານັກສຶກສາລາວ

ທີ່ກອງປະຊຸມສຳມະນາ, ທ່ານ ດຣ ຫງວຽນ ມິງ ຕວ໋ນ ໄດ້ທວນຄືນ ຮີດຄອງປະເພນີອັນລ້ຳຄ່າ ຂອງມິດຕະພາບ ຫວຽດນາມ - ລາວ ໃນຊວ່ງ 90 ປີທີ່ຜ່ານມາ, ສອງປະເທດ ຫວຽດນາມ - ລາວ ໄດ້ພ້ອມກັນຢືນຄຽງຂ້າງໃນສົງຄາມເພື່ອຍາດເອົາເອກະລາດ ແລະເສລີພາບ ມາໃຫ້ປະເທດ. ປະຈຸບັນ, ຫວຽດນາມ - ລາວ ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…ແລະພິເສດແມ່ນການສຶກສາ ແລະຝຶກອົບຮົມ. ການສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ ເປັນອີກເທື່ອໜຶ່ງໄດ້ຢັ້ງຢືນວ່າ: ໃນປະຫວັດສາດຂອງການພົວພັນສາກົນ ນັບແຕ່ອະດີດຈົນເຖິງປະຈຸບັນ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນຕົວຢ່າງໜຶ່ງ ຂອງການຮັດແໜ້ນສາຍພົວພັນ ທີ່ເຂັ້ມແຂງ, ຊື່ສັດແລະບໍລິສຸດລະຫວ່າງປະຊາຊົນສອງປະເທດ.

ທ່ານ ດຣ ຫງວຽນ ມິງ ຕວ໋ນ ໄດ້ທວນຄືນຮີດຄອງປະເພນີອັນລ້ຳຄ່າ ຂອງມິດຕະພາບ ຫວຽດນາມ - ລາວ

ໃນຄວາມເບີກບານມ່ວນຊື່ນຂອງວັນຊາດ, ໃນນາມຕາງໜ້າ ນັກສຶກສາລາວ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລ, ນ. ພອນສະຫວັດ ພິລາມາໂຄດ ໄດ້ສະແດງຄວາມຂອບໃຈ ຕໍ່ຄວາມເອົາໃຈໃສ່ ຂອງຜູ້ບໍລິຫານແລະຄູອາຈານ ໃນມະຫາວິທະຍາໄລ; ພ້ອມດຽວກັນນີ້, ນອ້ງເອງສັນຍາວ່າ ຈະສືບຕໍ່ພະຍາຍາມຮໍ່າຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີ ເພື່ອເກັບກ່ຽວຄວາມຮູ້ທີ່ລ້ຳຄ່າ ເພື່ອໃຫ້ພາຍຫຼັງຮຽນຈົບ, ກັບບ້ານຈະປະກອບສ່ວນ ຢ່າງມີປະສິດທິຜົນ ໃນການກໍ່ສ້າງແລະພັດທະນາປະເທດຊາດ ແລະ ເພີ່ມພູນມິດຕະພາບພິເສດ ລະຫວ່າງ ຫວຽດນາມ-ລາວ.

ນ. ພອນສະຫວັດ ພິລາມາໂຄດ ຕາງໜ້ານັກສຶກສາລາວ ໄດ້ສະແດງຄວາມຂອບໃຈ ຕໍ່ຄູອາຈານໃນມະຫາວິທະຍາໄລ

ໃນຫລາຍປີທີ່ຜ່ານມາ, ມະຫາວິທະຍາໄລ ວິທະຍາສາດ ໄດ້ມີນັກຮຽນຈາກປະເທດຕ່າງໆມາຮ່ຳຮຽນ ຫລື ແລກປ່ຽນນັກສຶກສາ ລະຫວ່າງປະເທດຄູ່ຮ່ວມງານ, ໂດຍສະເພາະແມ່ນ ນັກສຶກສາຈາກປະເທດລາວ. ທຸກໆປີ, ໃນໂອກາດວັນຊາດ ຂອງປະເທດນັກສຶກສາສາກົນ, ມະຫາວິທະຍາໄລ ໄດ້ຈັດກອງປະຊຸມສຳມະນາ ເພື່ອເປັນການພົບປະນັກສຶກສາສາກົນ ທີ່ກຳລັງຮຽນຢູ່ໃນມະຫາວິທະຍາໄລ.

ຄະນະຜູ້ແທນ, ຄູອາຈານແລະນັກສຶກສາລາວ ຖ່າຍຮູບເປັນທີ່ລະລຶກ

ປັດຈຸບັນ, ຢູ່ມະຫາວິທະຍາໄລ ວິທະຍາສາດ ມີນັກສຶກສາລາວຫຼາຍກວ່າ 80 ຄົນ, ໃນນັ້ນມີນັກສຶກສາ ໃນນາມທຶນຮວ່ມມື ລະບົບປະລິນຍາຕີ 32 ຄົນ, ນັກສຶກສາ ໃນນາມທຶນສວ່ນຕົວ ລະບົບປະລິນຍາຕີ 01 ຄົນ, ນັກສຶກສາ ໃນນາມທຶນສວ່ນຕົວ ລະບົບເຊື່ອມຕໍ່ຊັ້ນສູງຂື້ນປະລິນຍາຕີ 46 ຄົນ ແລະ ນັກສຶກສາປະລິນຍາໂທ 01 ຄົນ... ທີ່ກຳລັງສຶກສາບັນດາ ສາຂາກົດໝາຍ, ຊັບພະຍາກອນແລະສິ່ງແວດລ້ອມ, ວິທະຍາສາດການຄຸ້ມຄອງ, ເຄມີສາດການຢາ, ພາສາວັດທະນະທຳ ...

ໃນໄລຍະທີ່ສຶກສາຢູ່ຕ່າງປະເທດ, ນັກສຶກສາສ່ວນໃຫຍ່ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລ ວິທະຍາສາດ ຮູ້ສຶກພາກພູມໃຈ ແລະ ຮູ້ສຶກພໍໃຈຫຼາຍກັບສະພາບແວດລ້ອມ ການຮຽນ - ການສອນ ຂອງທາງມະຫາວິທະຍາໄລ. ນັກສຶກສາຕ່າງປະເທດທຸກຄົນ ລ້ວນແຕ່ມີແນວຄິດຄຸນສົມບັດດີ, ຕັ້ງໃຈຮ່ຳຮຽນ, ມີວິໄນ ແລະ ມີຄວາມອົດທົນພະຍາຍາມ; ມີຄວາມກ້າວໜ້າຫຼາຍ ໃນດ້ານທັກສະພາສາຫວຽດນາມ, ມີຄວາມໝັ້ນໃຈ ໃນການສື່ສານ ແລະ ການຮຽນຮູ້, ມີຜົນການຮຽນທີ່ດີ, ເຊິ່ງສະທ້ອນໃຫ້ເຫັນ ຄວາມສາມາດໃນການຮຽນຮູ້ ຂອງພວກເຂົາ. ພິເສດ, ນັກສຶກສາ 05 ຄົນມີຜົນການຮຽນ ປະເພດດີເດັ່ນແລະປະເພດເກັ່ງ ໄດ້ຮັບໃບຍອ້ງຍໍ ຈາກມະຫາວິທະຍາໄລ, ແລະນີ້ກໍ່ແມ່ນ ນັກສຶກສາລາວພຽງ 05 ຄົນຂອງ ມະຫາວິທະຍາໄລ ທ້າຍງວຽນ ທີ່ໄດ້ຮັບການຍ້ອງຍໍຈາກ ສະຖານທູດລາວ ໃນກອງປະຊຸມສະຫຼຸບວຽກງານການສິດສອນ ນັກສຶກສາລາວ ປະຈຳສົກຮຽນ 2019-2020. ນອກຈາກນີ້, ນັກສຶກສາຍັງສົນໃຈໃນທຸກດ້ານ, ໄດ້ແລກປ່ຽນ ແລະ ເຂົ້າຮ່ວມກິດຈະກຳ ວັດທະນະທຳ, ສິລະປະ, ກິລາ ແລະການທັດສະນະ, ກິນເຂົ້າປ່າແລະສ້າງຄວາມຊົງຈຳດີໆຕ່າງໆ. ປີ 2019, ນັກສຶກສາໄດ້ເຂົ້າຮ່ວມ ການແຂ່ງຂັນເວົ້າພາສາຫວຽດ ສຳລັບນັກສຶກສາລາວ ໃນປີ 2019 (ໄດ້ຮັບລາງວັນທີ 2 ໃນຮອບທຳອິດ ທີ່ ມະຫາວິທະຍາໄລ ທ້າຍງວຽນ), ເຂົ້າຮ່ວມໃນງານສະເຫຼີມສະຫຼອງສຽງເພງ ມິດຕະພາບ ຫວຽດນາມ - ລາວ ແຂວງ ທ້າຍງວຽນ ຄັ້ງທີ 3 ປີ 2019, ເຂົ້າຮ່ວມ ການເຄື່ອນໄຫວ ວັດທະນະທຳ, ກິລາ, ການພົບປະແລກປ່ຽນວັດທະນະທຳ ກັບນັກສຶກສາຫວຽດນາມ, ປະກອບສ່ວນຮັດແໜ້ນມິດຕະພາບ ສາຍພົວພັນພິເສດ ຂອງສອງປະເທດ ຫວຽດນາມ - ລາວ.

ບາງຮູບພາບໃນງານ: