ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ພິທີເປີດສົກຮຽນໃໝ່ 2021-2022 ແລະການສະເຫຼີມສະຫຼອງວັນ ຄູຫວຽດນາມ 20/11 ຄົບຮອບ 39 ປີ

ເຊົ້າວັນທີ 19/11, ຢູ່ທີ່ມະຫາວິທະຍາໄລ ວິທະຍາສາດ ໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ 2021-2022 ແລະສະເຫຼີມສະຫຼອງວັນຄູຫວຽດນາມ 20/11, ພ້ອມກັນນັ້ນແມ່ນພິທີມອບລາງ ວັນນາມມະຍົດການແຂ່ງຂັນ ແລະໃບຍ້ອງຍໍໃນສົກຮຽນ 2020-2021.

ຮູບທີ 1. ບັນດາຜູ້ແທນເຂົ້າຮ່ວມພິທີ

ເຂົ້າຮ່ວມພິທີເປີດສົກຮຽນໃໝ່ມີ ທ່ານ ຮສ. ປອ ຫງວຽນຮຶວກົງ - ຮອງປະທານມະຫາ ວິ ທະຍາໄລທ້າຍຫງວຽນ. ທາງມະຫາວິທະຍາໄລ ວິທະຍາສາດມີ: ທ່ານ ຮສ. ປອ ຫງວຽນວັນດັງ - ເລຂາທິ ການພັກ, ອະທິການບໍດີ; ທ່ານ ຮສ. ປອ ໂຫງວັນເຢີຍ - ປະທານຄະນະໂຮງຮຽນ; ທ່ານ ນາງ ຮສ. ປອ ຟ້າມທິເຟືອງທ້າຍ - ຮອງອະທິການບໍດີໂຮງຮຽນ; ທ່ານ ຮສ. ປອ ຟ້າມ ເທ໋ຈິ໋ງ - ຮອງອະທິການບໍດີ ໂຮງຮຽນ; ທ່ານ ຮສ. ປອ ຈິງແທງຫາຍ - ຮອງປະທານຄະນະ ໂຮງຮຽນ; ບັນດາຫົວໜ້າຄະນະ; ບັນດາບຸກຄົນທີ່ໄດ້ຍ້ອງຍໍ, ບັນດາຜູ້ແທນຂອງພະນັກງານ ແລະບັນດານັກສຶກສາຂອງໂຮງຮຽນ. ພິທິເປີດສົກຮຽນໃໝ່ 2021-2022 ໄດ້ຈັດຄັ້ງທໍາອິດຕາມ ຮູບແບບໂດຍກົງ ແລະອອນລາຍໃນເວທີ Microsoft Teams; ໄດ້ Livestream ໂດຍກົງໃນ Fanpage ຂອງມະຫາວິທະຍາໄລ ວິທະຍາສາດ.

ຮູບທີ 2. ທ່ານ ຮສ. ປອ ຫງວຽນວັນດັງ - ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດກໍາລັງອ່ານຄໍາປາໄສເປີດສົກຮຽນໃໝ່ 2021-2022

ໃນພິທີ, ຕາງໜ້າທາງໂຮງຮຽນ ທ່ານ ຮສ. ປອ ຫງວຽນວັນດັງ - ເລຂາທິການພັກ ອະທິ ການບໍດີໄດ້ອ່ານຄໍາປາໄສເປີດສົກຮຽນໃໝ່ 2021-2022. ທ່ານ ຮສ. ປອ ຫງວຽນວັນດັງ ໄດ້ ເນັ້ນໜັກວ່າ: ປີ 2021 ເປັນປີພິເສດ ແລະໜ້າຈົດຈໍາຍ້ອນການແຜ່ລະບາດຂອງພະຍາດ Covid – 19 ເຮັດໃຫ້ມີ ຜົນກະທົບຕໍ່ຫຼາຍທາງດ້ານຂອງການດໍາລົງຊີວິດ ແລະສັງຄົມໃນນັ້ນກໍມີທາງ ດ້ານການສຶກສາຮໍ່າຮຽນ. ການເຄື່ອນໄຫວໃນຫຼາຍທາງດ້ານຂອງໂຮງຮຽນໃນສົກຮຽນ 2020-2021 ຖືກລົບກວນ ແຕ່ວ່າດ້ວຍຈິດໃຈຫ້າວຫັນ, ສ້າງສັນ ແລະໄຫວພິບ. ທາງຄະນະອໍານວຍ ການ ຄູອາຈານ ແລະພະນັກງານຂອງໂຮງຮຽນໄດ້ປ່ຽນແປງວິທີຂອງການຮຽນການສອນຈາກ ໂດຍກົງມາເປັນທາງ ອອນລາຍຢ່າງວ່ອງໄວ ແລະທັນເວລາ ຍັງຮັບປະກັນຄຸນນະພາບຂອງການ ສຶກສາຮໍ່າຮຽນ ແລະກໍຍັງຮັບປະກັນໂຄງການ ແລະແຜນການຂອງການຮຽນການສອນ, ນອກ ຈາກນັ້ນກໍຍັງປະຕິບັດປະສິດທິຜົນການຕໍ່ຕ້ານພະຍາດ Covid – 19. ການເຄື່ອນໄຫວຂອງການ ຄົ້ນຄ້ວາວິທະຍາສາດ ເຕັກໂລໂນຢີຂອງໂຮງຮຽນກໍໄດ້ຮັບປະສິດທິຜົນຫຼາຍດ້ານ; ບົດຄົ້ນຄ້ວາວິ ທະຍາສາດໄດ້ເຜີຍແຜ່ ແລະຂະຫຍາຍຈໍານວນຫຼວງຫຼາຍທັງປະລິມານ ແລະທັງຄຸນນະພາບ. ວຽກການປະຕິບັດໜ້າທີ່່ສົກຮຽນ 2021-2022 ຈະເປັນສະຖານທີ່ສຳຄັນເພື່ອຮັບຮູ້ວິໄສທັດ, ຈຸດ ປະສົ່ງລວມຂອງຍຸດທະສາດການພັດທະນາໂຮງຮຽນຂັ້ນຕອນ 2021-2025; ປ່ຽນໂຮງຮຽນໃຫ້ ເປັນມະຫາວິທະຍາໄລທີ່ຫຼາຍຂະແໜງຕາມແນວທາງການຄົ້ນຄ້ວາ…

ເນື່ອງໃນໂອກາດວັນຄູຫວຽດນາມ 20-11, ທ່ານ ຮສ.ປອ. ຫງວຽນວັນດັງ ກໍໄດ້ສັນລະ ເສີນ, ຮູ້ບຸນຄຸນ ແລະ ຊົມເຊີຍບັນດາພະນັກງານ ຄູອາຈານທັງໝົດຂອງໂຮງຮຽນ. ພ້ອມນັ້ນ ທ່ານກໍຍັງໄດ້ຊຸກຍູ້ໃຫ້ພະນັກງານ, ຄູອາຈານຂອງໂຮງຮຽນ ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກທີ່ ຈະເກີດຂື້ນເພື່ອປະຕິບັດໜ້າທີ່ໃນສົກຮຽນໃໝ່ໃຫ້ດີຂື້ນ, ປະກອບສ່ວນຢ່າງຕັ້ງໜ້າໃນການຜັນຂະ ຫຍາຍແນວທາງການການສຶກສາ ແລະການຝຶກອົບຮົມຢ່າງປະດິດສ້າງໃຫ້ໄດ້ຮັບຜົນສຳເລັດ ແລະສົມບູນແບບ. ໃນໂອກາດນີ້, ຜູ້ອຳນວຍການໂຮງຮຽນ ຕາງໜ້າທີມງານໝູ່ຄະນະຂອງໂຮງ ຮຽນກໍໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະສະແດງຄວາມຍີນດີມາຍັງບັນດານັກສືກສາໃໝ່ K19  ທີ່ໄດ້ຮັບການຄັດເລືອກເຂົ້າຮຽນຢູ່ທີ່ມະຫາວິທະຍາໄລ ວິທະຍາສາດ ແລະຫວັງຫວ່າ ພວກ ນ້ອງຈະມີຄວາມພະຍາຍາມຄົ້ນຄວ້າຮ່ຳຮຽນ ແລະຝືກຝົນຢ່າງບໍ່ຢຸດຢັ້ງ. ໃນບັນຍາກາດເຄັ່ງຂືມ, ອຳນວຍການໂຮງຮຽນ ໄດ້ຕີກອງເປີດສົກຮຽນໃໝ່ຢ່າງເປັນທາງການ.

ຫຼັງຈາກກ່າວຄຳປາໄສຂອງ ອຳນວຍການໂຮງຮຽນ, ທ່ານ ນາງ ຮສ. ປອ. ຟາມທິ ເຟືອງທ້າຍ - ຮອງອຳນວຍການໂຮງຮຽນ ກໍໄດ້ອ່ານ ຈົດໝາຍອ່ວຍພອນຂອງປະທານປະເທດ ເນື່ອງໃນໂອກາດເປີດສົກຮຽນໃໝ່ປີ 2021-2022. ທ່ານ ຮສ.ປອ. ຫງວຽນຮື໋ວກົງ - ຮອງອະທິ ການບໍດີ ມະຫາວິທະຍາໄລທ້າຍຫງວຽນ ໄດ້ກ່າວຄຳປາໄສ ແລະອວ່ຍພອນໃຫ້ທາງຄະນະອໍາ ນວຍການ ຄູອາຈານ ແລະນັກສຶກສາ ມະຫາວິທະຍາໄລ ວິທະຍາສາດ ເນື່ອງໃນໂອກາດເປີດ ສົກຮຽນໃໝ່ປີ 2021-2022  ແລະສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມຄົບຮອບ 39 ປີ. ຈາກນັ້ນທ່ານ ໄດ້ຕາງໜ້າໝູ່ຄະນະມະຫາວິທະຍາໄລທ້າຍຫງວຽນ ມອບຊໍ່ດອກໄມ້ສົດສະແດງ ຄວາມຍີນດີໃຫ້ໝູ່ຄະນະໂຮງຮຽນ ມະຫາວິທະຍາໄລ ວິທະຍາສາດເວົ້າລວມ ແລະບັນດາຄູອາ ຈານຂອງໂຮງຮຽນເວົ້າສະເພາະໃນງານໃຫຍ່ຄັ້ງນີ້.

ປີຮຽນທີ່ຜ່ານມາ, ໂຮງຮຽນໄດ້ມີຜົນງານທີ່ໂດດເດັ່ນຄື: ຄະນະໂຮງຮຽນ ໄດ້ເປັນກຽດຂຶ້ນ ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມໃນຜົນງານທີ່ໂດດເດັ່ນ ດ້ານວຽກ ງານຫ້ອງບໍລິການ, ປ້ອງກັນພະຍາດ ໂຄວິດ - 19; . ທ່ານ ນາງ ຮສ. ປອ. ຟ້າມທີ້ເຟືອງທ້າຍ ກໍໄດ້ຮັບລາງວັນຄູດີເດັ່ນ;  ທ່ານ ຮສ.ປອ. ຈິ້ງແທງຫາຍ ໄດ້ຮັບລາງວັນນາຍຄູ, ຜູ້ຈັດການ ແຫ່ງຊາດທົ່ວໄປ; ມີຄູອາຈານ 04 ທ່ານ ໄດ້ຮັບລາງວັນທະຫານຈຳລອງລະດັບລັດຖະມົນຕີ; ມີ 01 ໝູ່ຄະນະ ແລະ 17 ທ່ານ ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີ ກະຊວງສືກສາທິການ ແລະ ກໍ່ສ້າງ (ຫຼາຍທີ່ສຸດໃນບັນດາປີທີ່ຜ່ານມາ); 01 ໝູ່ຄະນະແລະ 14 ບຸກຄົນໄດ້ຮັບໃບຍ້ອງຍໍຂອງ ອະທິການບໍດີ ມະຫາວິທະຍາໄລທ້າຍຫງວຽນ…. ໃນພິທີມອບ-ຮັບໃບກຽດຕິຍົດ, ນາມມະຍົດ ແຂ່ງຂັນ ແລະໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະ ບຸກຄົນທີ່ໄດ້ມີຜົນງານດີເດັ່ນໃນສົກຮຽນປີ 2020-2021.

ພິທີເປິດສົກຮຽນໃໝ່ 2021-2022 ແລະການສະເຫຼີມສະຫຼອງວັນຄູຫວຽດນາມ 20/11 ໄດ້ປິດລົງດ້ວຍຄວາມຈົບງາມແລະ ດ້ວຍຄວາມພາກພູມໃຈ ຊຶ່ງມັນໄດ້ກາຍເປັນມູນເຊື້ອຂອງ ໂຮງຮຽນ. ບັນດາຄູອາຈານ ແລະນັກສຶກສາພາຍໃນມະຫາວິທະຍາໄລ ວິທະຍາສາດ ໄດ້ມີຄວາມ ສາມັກຄີກັນຕັ້ງໃຈເຮັດສຳເລັດທຸກໜ້າທີ່ວຽກງານຂອງສົກຮຽນ 2021-2022 ໃຫ້ໄດ້ໝາກຜົນທີ່ ດີທີ່ສຸດເພື່ອປະກອບສ່ວນເຂົ້າໃນການປະຕິບັດຍຸດທະສາດການພັດທະນາໂຮງຮຽນໃຫ້ຮັບຜົນປະ ສົບຜົນສຳເລັດ, ກ້າວໄປເຖິງການຢືນຢັນພາລະບົດບາດຂອງຕົນໃນພື້ນຖານການສືກສາຫວຽດ ນາມ.  

ຕາມ: TNUS MEDIA ແປໂດຍ: ປທ. ຫງວຽນແທັ່ງຫງັອກ