ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ຫຼັກສູດ ປະລິນຍາຕີ ຫວຽດນາມສຶກສາ

ຫຼັກສູດປະລິນຍາຕີ ຫວຽດນາມສຶກສາ      (ສາ & ວັດທະນະທຳຫວຽດນາມ)

ຂໍ້ມູນພື້ນຖານ

» ພາ​ສາ​ອັງ​ກິດ: Vietnamese Studies      

(Vietnamese Language & Culture)

» ​ລະ​ຫັດ​ວິ​ຊາ: 7310630

» ພາ​ສາ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ສິດ​ສອນ: ​ພາ​ສາ​ຫວຽດ​ນາມ

» ​ໄລ​ຍະ​ເວ​ລາ: 4 ​ປີ

» ຈຳ​ນວນ​ໜ່ວຍ​ກິດ: 135 ​ໜ່ວຍ​ກິດ.

ຈຸດປະສົງຂອງການກໍ່ສ້າງ

ແມ່ນເພື່ອກໍ່ສ້າງໃຫ້​ໄດ້​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄວາມ​ຄວາມ​ຮູ້​ຄວາມ​ສາ​ມາດ​ຊຳ​ນິ​ຊຳ​ນານ ແລະ ສາ​ມາດ​​ນຳໃຊ້​ຄວາມ​ຮູ້​ອັນ​ລ້ຳ​ຄ່າທາງ​ພາ​ສາແລະວັດທະນະທຳຫວຽດນາມໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ​ເຂົ້າ​ໃນການ​ເຄື່ອນ​ໄຫວ​ດຳ​ເນີນການຄ້າ,ການທ່ອງທ່ຽວ,ການສິດສອນພາສາແລະວັດທະນະທໍາຫວຽດນາມ,​ເພື່ອ​ສາ​ມາດຕອບສະໜອງ​ໄດ້​ຕາມຄວາມຮຽກຮ້ອງຕ້ອງ ການຂອງ​ການເຊື່ອມໂຍງ ແລະ ພົວພັນຮ່ວມ​ມືແລກປ່ຽນກັບສາກົນໃນຍຸກປັດຈຸບັນ.

ຄ່າໃຊ້ຈ່າຍ & ນະໂຍບາຍຕໍ່ນັກສຶກສາ

» ​ຄ່າຮຽນ: 270000ດົ່ງ (ສອງແສນສິບພັນດົ່ງຫວຽດນາມ) ຕໍ່ຫນື່ງຫນ່ວຍກິດ.ຟຣີ 50% ຄ່າຮຽນສົກຮຽນທຳອິດແລະຟຣີ 100%  ຄ່າຮຽນສົກຮຽນສຸດທ້າຍ.ຫຼັກສູດກຽມພາສາສຳລັບນັກຮຽນທີ່ບໍ່ທັນຮູ້ພາສາຫວຽດແມ່ນໄດ້ຮັບສ່ວນຫຼຸດ 50% ຈາກ 14 000 000 ດົ່ງ (ສິບສີ່ລ້ານດົ່ງຫວຽດນາມ) ຍັງເຫຼືອ 7 000 000 ດົ່ງ (ເຈັດລ້ານດົ່ງຫວຽດນາມ) 

» ຫໍ່ພັກ: 100 000ດົ່ງຕໍ່ຄົນຕໍ່ເດືອນ.

» ນະ​ໂຍ​ບາຍ​ຮຽນ​ຟ​ຣີ: ​ທຸກໆ​ປີທາງ​ໂຮງ​ຮຽນມີ​ນະ​ໂຍ​ບາຍ 5 ທຶນ ຮຽນ​ຟ​ຣີ​ ໃນ​ນີ້​ຍົກ​ເວັ້ັ້ນ​ຄ່າ​ໃຊ້​ຈ່າຍ (ຄ່​າ​ຮຽນ &  ຄ່າ​ຫໍ​ພັກ) ນີ້​ແມ່ນ​ສຳ​ລັບ​ນັກ​ສຶກ​ສາ​ຜູ້​ທີ່​ມີ​ເງື່ອນ​ໄຂ​ຄົບ​ດັ່ງ​ນີ້:

- ຕ້ອງມີຜົນການຮຽນດີເດັ່ນຕາມເງື່ອນໄຂທີ່ມະຫາວິທະຍາໄລກຳນ

- ເປັນ​ນັກ​ສຶກ​ສາ​ທີ່​​​ນອນ​ໃນ​ຈຳ​ນວນ​ທີ່​​ແຂວງຄັດ​ເລືອກໃຫ້​ໄປ​ສຶກ​ສາ​ຕໍ່ ໂດຍມີ​ເອ​ກະ​ສານ​ຢັ້ງ​ຢືນ, ຖືກ​ຕ້ອງ​ຕາມ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງນັ້ນໆ ກັບ​ໂຮງ​ຮຽນ ມວ​ລວ​ສ ໄດ້​ຕົກ​ລົງ​ກັນໃນ​ແຕ່​ລະ​ປີ.

ໂອ​ກາດ​ໃນ​ການ​ປະ​ກອບ​ອາ​ຊີບ​ຂອງ​ຜູ້​ທີ່​ຮຽນ​ຈົບຫຼັກ​ສູດນີ້

» ​ເປັນ​ຄູ​ສອນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ

» ເປັນ​ນັກ​ແປ​ພາ​ສາ​ທີ່​ມີ​ລະ​ດັບ​ຄວາມ​ຮູ້​ແນ່ນອນປະ​ຈຳ​ສູນ​ການ​ແປ ຫຼື ບັນ​ດາສຳ​ນັກ​ງານ​ອົງ​ການ.

» ເປັນ​ພະ​ນັກ​ງານ​ນຳ​ທ່ຽວ, ເປັນ​ຜູ້​ແນະ​ນຳ​ປະ​ສານ​ງານ​ວຽກ​ງານ​​ການທ່ອງ​ທ່ຽວ .

» ເປັນ​ພະ​ນັກ​ງານ​ປະ​ຈຳ​​ບໍລິ​ສັດ, ​ສຳ​ນັກ​ງານ​ທີ່​ປຶກ​ສາ, ​ເຮັດ​ວຽກ​ການ​ພົວ​ພັນ​ຮ່ວມ​ມື​ສາ​ກົນ.

» ເປັນ​ຜູ້​ປະ​​ສານ​ງານ, ປະ​ຊາ​ສຳ​ພັ​ນ ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ ຫຼື ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ມີ​ການ​ພົ​ວ​ພັນ​ຮ່ວມ​ມື​ກັບ​ປະ​ເທດ​ຫວຽດ​ນາມ

http://laos.tnus.edu.vn/

https://www.facebook.com/DHKHDHTN/

ໂທ: (+84) 208 390-3229 (ພະແນກການຕ່າງປະເທດ)

ເຟກຊ: (+84) 208 374-6965