ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ນັກສຶກສາລາວ ຮຽນພາສາຫວຽດຜ່ານປະສົບການຕົວຈິງ

ເພື່ອເພີ່ມທ່າແຮງໃນການສິດສອນແລະຮຽນພາສາຫວຽດໃຫ້ແກ່ນັກສຶກສາສາກົນ, ໃນຊຸມປີທີ່ຜ່ານມານີ້, ມະຫາວິທະຍາໄລວິທະຍາສາດ (TNUS) ຍາມໃດກໍ່ມີແຜນສ້າງສະພາບແວດລ້ອມການສື່ສານພາສາຫວຽດນາມໃນຫລາຍສະພາບການທີ່ແຕກຕ່າງກັນເຊັ່ນ: ສຳນັກງານ, ບ້ານ, ງານບຸນ, ຫຼືສູນການຄ້າ. ວັນທີ 24 ພະຈິກ, ນັກສຶກສາລາວໄດ້ເຂົ້າຮ່ວມກິດຈະກຳທັດສະນະຢູ່ຫ້າງສັບພະສິນຄ້າ Vincom ເຊິ່ງເປັນໜຶ່ງໃນກິດຈະກຳເພື່ອປະສົບການ.

ຮຽນຮູ້ການສື່ສານພາສາຫວຽດນາມ ຜ່ານການເຄື່ອນໄຫວສັງຄົມ ແລະການແລກປ່ຽນວັດທະນະທຳ ແມ່ນວິທີການຮຽນຮູ້ທີ່ມີປະສິດທິຜົນແລະມີປະໂຫຍດ.

ການເຂົ້າຮ່ວມກິດຈະກຳຊື້ເຄື່ຶອງກັບຊາວຫວຽດນາມ ແມ່ນກິດຈະ ກຳໜຶ່ງທີ່ຕິດພັນກັບກິດຈະວັດປະຈຳວັນ ຂອງນັກສຶກສາສາກົນ. ໃນກິດຈະ ກຳນີ້, ທ່ານຈະສາມາດສັງເກດ, ຮຽນຮູ້ສິ່ງຂອງຕ່າງໆ ແລະປະສົບການໃນການໄປຊື້ເຄື່ອງ ແລະເລາະຫຼີ້ນຢູ່ຫ້າງສັບພະສິນຄ້າ. ການໂອ້ລົມສົນທະນາກັບຫົວຂໍ້ການຄ້າ ຈະຊ່ວຍໃຫ້ນັກສຶກສາຕ່າງປະເທດ ໄດ້ຮັບປະສົບການແລະຄວາມເຂົ້າໃຈຫຼາຍຂື້ນ ກ່ຽວກັບວັດທະນະທຳການຈ່າຍຕະຫຼາດ ຂອງຄົນຫວຽດນາມ.

ສາມາດເວົ້າໄດ້ວ່າ: ການສ້າງໂອກາດໃນການຮຽນຮູ້ ແລະ ຍົກລະດັບຄວາມສາມາດ ໃນການນຳໃຊ້ພາສາຫວຽດ ສຳລັບນັກສຶກສາຕ່າງປະເທດ ແມ່ນສິ່ງທີ່ຄະນະ ພາສາສາດແລະວັດທະນະທຳ ເວົ້າສະເພາະ ແລະ ມະຫາວິທະຍາໄລວິທະຍາສາດ ເວົ້າລວມ ອີງໃສ່ເປັນຫຼັກ. ຈາກບັນດາກິດຈະກຳດັ່ງກ່າວ ນັກສຶກສາສາກົນ ຈະໄດ້ຮັບປະສົບການ, ຮຽນຮູ້ ແລະແລກປ່ຽນວັດທະນະທຳກັບຄົນຫວຽດນາມ. ໃນໄລຍະຈະມາເຖິງ, ບັນດານັກສຶກສາສາກົນຢູ່ TNUS ຍັງຈະສືບຕໍ່ເຂົ້າຮ່ວມ ໃນຫຼາຍກິດຈະກຳນອກຫຼັກສູດ ໃນທາງປະຕິບັດຕົວຈິງ ແລະເປັນປະໂຫຍດ ເພື່ອຍົກລະດັບທັກສະການສື່ສານແລະຄວາມຮູ້ ກ່ຽວກັບວັດທະນະທຳ, ສັງຄົມຫວຽດນາມ.