ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ແຈ້ງການຮັບສະໝັກນັກສຶກສາຕ່າງປະເທດ ສົກຮຽນ 2021-2022 ຮຽນ

ດວ້ຍເປົ້າໝາຍສ້າງໂອກາດໃນການຮຽນຮູ້, ປະສົບການໃຫ້ແກ່ນັກສຶກສາປະເທດຕ່າງໆ ທີ່ຢາກມາສຶກສາ ຮ່ຳຮຽນຢູ່ ສສ ຫວຽດນາມ, ມະຫາວິທະຍາໄລ ວິທະຍາສາດ ຂໍ ແຈ້ງການ ເລື່ອງການຮັບສະໝັກນັກສຶກສາຕ່າງ ປະເທດ ດວ້ຍສາຂາຄຸນນະພາບສູງ 3 ສາຂາ, ຫຼັກສູດ ປະລິນຍາຕີ 19 ສາຂາ, ປະລິນຍາໂທ 9 ສາຂາ ແລະປະລິນຍາເອກ 3 ສາຂາ.

ຜ່ານໄລຍະເວລາເກືອບ 20 ປີແຫ່ງການສ້າງຕົວຂຶ້ນ ແລະຜັນຂະຫຍາຍ, ມະຫາວິທະຍາ ໄລ ວິທະຍາສາດ ໄດ້ໃຫ້ຄວາມສຳຄັນ, ລົງທຶນກໍ່ສ້າງເພື່ອໃຫ້ເຂົ້າກັບສາກົນ, ກາຍເປັນມະ ຫາວິທະຍາໄລທີ່ມີຫຼາກຫຼາຍສາຂາ, ຫຼາຍຂະແໜງຮຽນ ຢູ່ຂົງເຂດພູດອຍພາກເໜືອ.

ໃນສົກຮຽນ 2021-2022 ມະຫາວິທະຍາໄລ ວິທະຍາສາກໄດ້ຂໍແຈ້ງການ ຮັກສະໝັກນັກ ສຶກສາຕ່າງປະເທດ ລາຍລະອຽດດັ່ງລຸ່ມນີ້:

1.      ເປົ້າໝາຍແລະຫຼັກສູດການຮັບສະໝັກນັກສຶກສາ

ເປົ້າໝາຍ: ເປັນນັກຮຽນລາວ, ຖືສັນຊາດລາວ, ມີໃບປະກາສະນິຍະບັດ (ມ.7) ທຽບເທົ່າ ກັບໃບປະກາສະນິຍະບັດຈົບຊັ້ນມັດທະຍົມຕອນປາຍຂອງຫວຽດນາມ, ຕ້ອງການຮຽນກຽມ ພາສາຫວຽດນາມ 1 ປີ, ຮຽນຫຼັກສູດປະລິນຍາຕີ, ປະລິນຍາໂທ ຫຼື ປະລິນຍາເອກທີ່ມະຫາວິ ທະຍາໄລ ວິທະຍາສາດ ສສ ຫວຽດນາມ (ພາສາທີ່ ໃຊ້ ໃນການຮຽນ-ການສອນແມ່ນ ພາສາຫວຽດນາມ)

ຈຳນວນ: ບໍ່ຈໍາກັດ

1.1. ຫຼັກສູດກຽມພາສາຫວຽດນາມ

- ຫຼັກສູດຮຽນ: ກຽມພາສາຫວຽດນາມ

- ປະເພດ: ໃບຢັ້ງຢືນ

- ໄລຍະເວລາ: 10 ເດືອນ

- ພາສາທີ່ສິດສອນ: ພາສາຫວຽດນາມ

1.2. ບັນດາສາຂາຫຼັກສູດປະລິນຍາຕີ

- ຫຼັກສູດການສຶກສາຄຸນນະພາບສູງ

  • 1. ກົດໝາຍ (ຫຼັກສູດ: ບໍລິການກົດໝາຍ)
  • 2. ເຕັກໂນໂລຢີ ຊີວະວິທະຍາ (ຫຼັກສູດ: ເຕັກນິກວິໄຈທາງຊີວະການແພດ)
  • 3. ບໍລິຫານການບໍລິການການທອ່ງທອ່ງແລະການເດີນທາງ (ຫຼັກສູດ: ບໍລິຫານໂຮງແຮມແລະຣີສອດລະດັບສູງ)

- ຫຼັກສູດການສຶກສາມາດຕະຖານ 

  • 1. ກົດໝາຍ (ຫຼັກສູດ ກົດໝາຍ)
  • 2. ວິທະຍາສາດຄຸ້ມຄອງ (ຫຼັກສູດ ຄຸ້ມຄອງແຮງງານ, ຄຸ້ມຄອງວິສະຫະກິດ)
  • 3. ເຕັກໂນໂລຢີຊີວະວິທະຍາ (ຫຼັກສູດ ເຕັກໂນໂລຢີຊີວະທາງການແພດ-ການຢາ)
  • 4. ຄະນິດສາດ-ຄອມພິວເຕີ້ (ຫຼັກສູດ: ຄະນິດສາດ-ຄອມພິວເຕີ້ນຳໃຊ້, ວິເຄາະ ການປະມວນຜົນຂໍ້ມູນ)
  • 5. ຟີຊິກສາດ (ຫຼັກສູດ: ຟີຊິກນຳໃຊ້)
  • 6. ເຕັກໂນໂລຢີວິສະວະກຳເຄມີ (ຫຼັກສູດ: ເຕັກໂນໂລຢີເຄມີວິເຄາະ)
  • 7. ເຄມີຢາ (ຫຼັກສູດ: ວິເຄາະທົດສອບແລະມາດຕະຖານຜະລິດ ຕະພັນຢາ)
  • 8.ບໍລິຫານການບໍລິການການທອ່ງທ່ຽວແລະການເດີນທາງ (ຫຼັກສູດ: ບໍລິຫານການເດີນທາງ, ບໍລິຫານຮ້ານອາຫານ-ໂຮງແຮມ)
  • 9.  ທອ່ງທ່ຽວ (ຫຼັກສູດ ໄກ້ນຳທ່ຽວ, ຮ້ານອາຫານ-ໂຮງແຮມ)
  • 10. ສັງຄົມສົງເຄາະ (ຫຼັກສູດ: ສັງຄົມສົງເຄາະ, ທີ່ປຶກສາ)
  • 11. ຄຸ້ມຄອງຊັບພະຍາກອນສິ່ງແວດລອ້ມ (ຫຼັກສູດ ຄຸ້ມຄອງທີ່ດິນ ແລະທຸລະກິດ ອະ ສັງຫາລິມະຊັບ, ຄຸ້ມຄອງຊັບພະຍາກອນ ສິ່ງແວດລອ້ມ)
  • 12. ພາສາອັງກິດ (ຫຼັກສູດ ພາສາອັງກິດນໍາໃຊ້, ພາສາອັງກິດ ທອ່ງທ່ຽວ)
  • 13. ປະຫວັດສາດ (ຫຼັກສູດ ປະຫວັດສາດພັກກອມມູນນິດ ຫວຽດ ນາມ, ກໍ່ສ້າງພັກແລະຄຸ້ມຄອງລັດ)
  • 14. ວັນນະຄະດີ (ຫຼັກສູດ ວັນນະຄະດີນຳໃຊ້, ອັກສອນສາດ ແລະວັດທະນະທຳ)
  • 15. ສື່ສານມວນຊົນ (ຫຼັກສູດ ຂ່າວສານດ້ານໜັງສືພິມຫຼາກຫຼາຍພາ ຫະນະ, ບໍລິຫານສື່ສານມວນຊົນ)
  • 16. ຂໍ້ມູນ - ຫໍສະໝຸດ (ຫຼັກສູດ ຫໍສະໝຸດ-ອຸປະກອນການຮຽນ, ຫໍ ສະໝຸດ-ການຄຸ້ມຄອງເອກະສານ)
  • 17. ຫວຽດນາມສຶກສາ (ຫຼັກສູດ ພາສາແລະວັດທະນະທໍາຫວຽດນາມ)
  • 18. ພາສາເກົາຫຼີ (ຫຼັກສູດ ພາສາເກົາຫຼີ)
  • 19. ພາສາຈີນ (ຫຼັກສູດ ພາສາຈີນ)

1.3. ຫຼັກສູດສຶກສາລະດັບປະລິນຍາໂທ

  • 1. ວັນນະຄະດີຫວຽດນາມ
  • 2. ເຄມີວິເຄາະ
  • 3. ຄະນິດສາດນໍາໃຊ້
  • 4. ແສງວິທະຍາ
  • 5. ຄຸ້ມຄອງຊັບພະຍາກອນສິ່ງແວດລອ້ມ 
  • 6. ເຕັກໂນໂລຢີຊີວະວິທະຍາ
  • 7. ວິທີການຄິດໄລ່ຂັ້ນເລີ່ມຕົ້ນ
  • 8. ປະຫວັດສາດພັກກອມມູນນິດຫວຽດນາມ
  • 9. ວິທະຍາສາດຄຸ້ມຄອງ

1.4. ຫຼັກສູດສຶກສາລະດັບປະລິນຍາເອກ

  • 1. ເຄມີຊີວະວິທະຍາ                                                
  • 2. ຄະນິດສາດນໍາໃຊ້
  • 3. ທິດສະດີ ແລະການຄິດໄລ່ພຶດຊະຄະນິດ

2. ຮູບແບບການຮັບສະໝັກ: ຮັບໂດຍກົງບໍ່ຕ້ອງຜ່ານການສອບເສັງ

3. ເງື່ອນໄຂການຮັບສະໝັກ

- ເງື່ອນໄຂສະໝັກ: (1) ແມ່ນນັກຮຽນຕ່າງປະເທດ (ອີງຕາມດໍາລັດທີ່ 30/2018/ດລ-ກຊສ ສຝອຮ, ປະກາດໃຊ້ວັນທີ່ 24/12/2018), (2) ຜູ້ສະໝັກຕອ້ງຈົບມັດທະຍົມສຶກສາຕອນ ປາຍ (ມ.7) ຫຼືມີໃບປະກາສະນິຍະບັດທຽບເທົ່າກັບ ໃບປະກາສະນິຍະບັດມັດທະຍົມຕອນປາຍ ຂອງຫວຽດນາມຕາມກົດໝາຍຂອງຫວຽດນາມ.

- ລະດັບການສຶກສາ: ຈົບມັດທະຍົມສຶກສາຕອນປາຍ (ມ.7) ຫຼືທຽບເທົ່າ.

- ເງື່ອນໄຂພາສາຕ່າງປະເທດ: ສໍາລັບພາສາຫວຽດນາມແມ່ນຜ່ານລະດັບ B2 (ລະດັບ 4/6) ຂື້ນໄປຕາມຂອບຄວາມສາມາດດ້ານພາສາຫວຽດນາມ ຫຼືຜ່ານການສຳພາດຈາກຄະນະກຳມະການຮັບສະໝັກນັກສຶກສາຂອງມະຫາວິທະຍາໄລວິທະຍາສາດ.

- ເງື່ອນໄຂສຸຂະພາບ: ມີໃບກວດສຸຂະພາບຈາກສາທາລະນະສຸກທີ່ຢັ້ງຢືນສາມາດເຂົ້າຮວ່ມ ການສຶກສາໄດ້

4. ຄ່າຮຽນ

- ຄ່າຮຽນຫຼັກສູດກຽມພາສາ: 300$/ປີ

- ຄ່າຮຽນຫຼັກສູດປະລິນຍາຕີ: 399$/ປີ

5. ນະໂຍບາຍທຶນການສຶກສາ

5.1. ທຶນການສຶກສາສໍາລັບ ສາຂາ ຫວຽດນາມສຶກສາ ລະບົບປະລິນຍາຕີ 4 ປີ

- ທຶນການສຶກສາ 100% ຈົນຈົບ ຈໍານວນ 04 ທຶນ (ປະກອບດວ້ຍ: ຟີຄ່າຮຽນ 100%, ຟີຄ່າຫໍພັກ 100% ແລະໄດ້ຮັບເງິນເບ້ຍລ້ຽງ 2.000.000 ດົ່ງ/ຄົນ/ເດືອນ)

- ທຶນການສຶກສາ ຈໍານວນ 08 ທຶນ (ປະກອບດວ້ຍ: ຟີຄ່າຮຽນ 100%, ຟີຄ່າຫໍພັກ 100%)

5.2. ທຶນການສຶກສາຫຼັກສູດພາສາແລະວັດທະນະທໍາຫວຽດນາມ 1 ປີ

- ທຶນການສຶກສາ 100% ຈົນຈົບ ຈໍານວນ 05 ທຶນ (ປະກອບດວ້ຍ: ຟີຄ່າຮຽນ 100%, ຟີຄ່າຫໍພັກ 100% ແລະໄດ້ຮັບເງິນເບ້ຍລ້ຽງ 2.000.000 ດົ່ງ/ຄົນ/ເດືອນ)

- ທຶນການສຶກສາ ຫຼຸດຄ່າຮຽນ 50%

5.3. ທຶນການສຶກສາສໍາລັບສາຂາອື່ນໆ ຫຼັກສູດປະລິນຍາຕີ, ປະລິນຍາໂທແລະປະລິນຍາເອກ

- 10 ທຶນການສຶກສາ (ຟຣີຄ່າຮຽນ 100% ຈົນຈົບ) ແກ່ນັກສຶກສາຕ່າງປະເທດທີ່ບັນລຸ ເງື່ອນໄຂ ດັ່ງຕໍ່ໄປນີ້: ຜົນການຮຽນມັດທະຍົມສຶກສາຕອນປາຍປະເພດເກັ່ງຂື້ນໄປ, ມີພອນສະຫວັນ ພິເສດ.

- ຫຼຸດຄ່າຮຽນ 50% ຂອງ 15 ໜວ່ຍກິດຂອງສົກຮຽນທໍາອິດແລະຫຼຸດຄ່າຮຽນ 100% ຂອງ ສົກຮຽນສຸດທ້າຍ

5.4. ຟີຄ່າຫໍພັກ

- ຟີຄ່າຫໍພັກແກ່ນັກສຶກສາ, 4 ຄົນ/1ຫອ້ງ, ພາຍໃນຫອ້ງມີແອປັບອາກາດ, ເຄື່ອງອາບປັບ ນ້ຳອຸ່ນ, ໂຕະຮຽນ, ຕູ້ໄວ້ປື້ມ, ຕູ້ເກັບເຄື່ອງແລະອຸປະກອນຕ່າງໆ ສະໜອງການຮຽນແລະ ການດຳລົງຊີວິດ.

6. ເອກະສານສະໝັກຮຽນ

- ແບບຟອມສະໝັກຮຽນຂອງມະຫາວິທະຍາໄລ ວິທະຍາສາດ (ມີແບບຕິດຄັດມາພ້ອມ)

- ສຳເນົາໃບປະກາສະນິຍະບັດ ແລະໃບຄະແນນມັດທະຍົມປີທີ່ 7 (ສະບັບພາສາຫວຽດ ຫຼື ພາສາອັງກິດ)

- ໃບຢັ້ງຢືນກຽມພາສາ (ຖ້າມີ)

- ສໍາເນົາໃບຢັ້ງຢືນເງື່ອນໄຂການເງິນພຽງພໍຕໍ່ການຮຽນ, ການຄົ້ນຄວ້າແລະດໍາລົງຊີວິດໃນ ສສ ຫວຽດນາມ

- ພາສປອດ ທີ່ຍັງບໍ່ໝົດກໍານົດ

- ຮູບ 4×5 cm ຈໍານວນ 4 ໃບ

- ໃບກວດສຸຂະພາບ ທີ່ມີການຢັ້ງຢືນປອດສານເສບຕິດທັງອະດີດແລະປັດຈຸບັນ

- ຫົວບົດຄົ້ນຄວ້າ (ສໍາລັບນັກຄົ້ນຄວ້າ)

- ຈົດໝາຍສະເໜີຂອງນັກວິທະຍາສາດມີລະດັບປະລິນຍາເອກ 2 ທ່ານໃນຂົງເຂດການ ຄົ້ນຄວ້າ (ສໍາລັບນັກຄົ້ນຄວ້າ)

- ສໍາເນົາເອກະສານ, ໃບຢັ້ງຢືນແລະຜົນງານການຄົ້ນຄວ້າ (ຖ້າມີ) ບັນດາເອກະສານຕ່າງໆ ນີ້ຕ້ອງໄດ້ແປເປັນພາສາຫວຽດນາມ ຫຼື ພາສາອັງກິດຢ່າງຖືກຕອ້ງຕາມກົດໝາຍ, ນັກ ສຶກ ສາສາມາດສົ່ງເອກະສານຜ່ານ email ແລະສົົ່ງສະບັບຈິງພາຍຫຼັງ ຫຼັງຈາກມາຮຽນ.

7.  ໄລຍະເວລາແລະຂໍ້ມູນຕິດຕໍ່

1. ໄລຍະເວລາຮັບເອກະສານ: ຈົນເຖິງວັນທີ່ 20/12/2021

2. ຜູ້ຮັບຜິດຊອບ ປທ. ຫງວຽນທິຮວ່ຽນຈາງ ເບີໂທ +84.913.396.141 – Email: icms@tnus.edu.vn.

3. ຜູ້ຮັບຜິດຊອບ ປທ. ຫງວຽນແທັ່ງຫງັອກ whatsApp: +856 2099610953.

ແຈ້ງການຮັບສະໝັກນັກສຶກສາຕ່າງປະເທດ-ສົກຮຽນ-2021-2022-TNUS