ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ມະຫາວິທະຍາໄລວິທະຍາສາດທ້າຍຫງວຽນ - 19 ປີສ້າງສາແລະພັດທະນາ (2002-2021)

ໃນເດືອນ 10 ປີ 2021 ຄູອາຈານແລະນັກສຶກສາໃນທົ່ວປະເທດພ້ອມກັນຕັ້ງໃຈສະເຫຼີມສະຫຼອງມະຫາວິທະຍາໄລວິທະຍາສາດຄົບຮອບ 19ປີ.

ສະເຫຼີມສະຫຼອງມະຫາວິທະຍາໄລວິທະຍາສາດຄົບຮອບ 19ປີ(24/10/2002-24/10/2021)

ເລີ່ມຕົ້ນແຕ່ຄວາມຫຍຸ້ງຍາກ ປີ 2002, ລັດຖະມົນຕີກະຊວງສຶກສາແລະກໍ່ສ້າງຫວຽດນາມໄດ້ເຊັນຂໍ້ຕົກລົງເລກທີ 1286/6ຕລ-ກສສ ກ່ຽວກັບການສ້າງຕັ້ງຄະນະວິທະຍາສາດພາຍໃຕ້ມະຫາວິທະຍາໄລທ້າຍຫງວຽນ, ນັ້ນເປັນຈຸດກໍາເນີດທີ່ສໍາຄັນຂອງມະຫາວິທະຍາໄລວິທະຍາສາດ. ໄດ້ກໍາເນີດເກີດຂຶ້ນໃນເວລາທີ່ຫຍຸ້ງຍາກ, ຄູອາຈານນແລະພະນັກງານຂອງຄະນະມີ 53 ຄົນໃນນັ້ນປອມີ 6 ຄົນແລະປທມີ 19 ຄົນ. ຄະນະວິທະຍາສາດໄດ້ຮັບພາລະໜ້າທີ່ສິດສອນອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂອບເຂດວິທະຍາສາດ. ປີ 2006, ອະທິການບໍດີມະຫາວິທະຍາໄລທ້າຍຫງວຽນລົງລາຍເຊັນເລກທີ 803/ຕລ-ມຫງກ່ຽວກັບການປ່ຽນຊື່ຂອງຄະນະວິທະຍາສາດມາເປັນຄະນະວິທະຍາສາດແລະສັງຄົມ. ນອກຈາກໜ້າທີ່ສຶກສາອົບຮົມພະນັກງານໃນຂອບເຂດວິທະຍາສາດ, ມະຫາວິທະຍາໄລທ້າຍຫງວຽນກໍເຊື່ອໜັ້ນແລະມອບໜ້າທີ່ຕື່ມໃໝ່ແມ່ນສຶກສາອົບຮົມຊັບພະຍາກອນທີ່ມີຄຸນນະພາບສູງໃນຂອບເຂດວິທະຍາສາດສັງຄົມ. ສາມາດເວົ້າໄດ້ວ່ານີ້ເປັນຈຸດສໍາຄັນໃນການຂະຫຍາຍຕົວຂອງຄະນະ; ເປັນຈຸດກໍາເນີດແລະການຂະຫຍາຍ; ເປີດກວ້າງສາຂາທີ່ສຶກສາ; ກະກຽນໃຫ້ການກໍາເນີດເກີດຂຶ້ນຂອງມະຫາວິທະຍາໄລວິທະຍາສາດໃນອະນາຄົດ. ຜ່ານມາຫຼາຍປີທີ່ໄດ້ມີຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, ໃນປີ 2008, ນາຍົກລັດຖະມົນຕີລົງລາຍເຊັນເລກທີ 1901/ຕລ-ນມຕກ່ຽວກັບການສ້າງຕັ້ງມະຫາວິທະຍາໄລວິທະຍາສາດໃນພາຍໃຕ້ຂອງມະຫາວິທະຍາໄລທ້າຍຫງວຽນ. ນີ້ເປັນຈຸດສໍາຄັນແລະເປັນຫຼັກຖານຢືນຢັນໃຫ້ການຂະຫຍາຍຕົວຢ່າງດີເດັ່ນຂອງໂຮງຮຽນ. ໃນຕອນນັ້ນທາງໂຮງຮຽນມີທັງໝົດ 205 ຄູອາຈານແລະພະນັກງານ, ໃນນັ້ນມີຮສ. 3ຄົນ, ປອ. 11 ຄົນ, ປທ. 67 ຄົນ. ຮັບໝ້າທີ່ສຶກສາອົບຮົມ 12 ສາຂາຮຽນຂອງລະດັບປະລິນຍາຕີ, 2 ສາຂາຮຽນຂອງລະດັບປະລິນຍາໂທ. ນີ້ກໍເປັນປີທໍາອິດຂອງໂຮງຮຽນທີ່ໄດ້ປ່ຽນຮູບແບບການສິດສອນເກົ່າມາເປັນຮູບແບບໃໝ່ (ຮູບແບບໜ່ວຍກິດ) ນີ້ເປັນຈຸດສໍາຄັນໃນການເຕີບໂຕແລະຂະຫຍາຍທາງຂະໜາດກໍຄືທາງຄຸນນະພາບໃນການສຶກສາອົບຮົມຂອງທາງໂຮງຮຽນ. …ຈົນຮອດການພັດທະນາຢ່າງດີເດັ່ນ ໃນຕະຫຼອດເວລາ 19 ປີສ້າງສາແລະຂະຫຍາຍຕົວ, ມະຫາວິທະຍາໄລວິທະຍາສາດ ໄດ້ຢືນຢັນຖານະບົດບາດຂອງຕົນເອງໃນບັນດາມະຫາໄລພາຍໃຕ້ມະຫາວິທະຍາໄລທ້າຍຫງວຽນໂດຍສະເພາະແລະບັນດາມະຫາວິທະຍາໄລໃນທົ່ວປະເທດຫວຽດນາມ. ທາງໂຮງຮຽນໄດ້ນຳເອົາເປົ້າໝາຍສ້າງສາບັນດາຄູອາຈານເປັນພາລະກິດຕົ້ນຕໍ, ມັນມີຄວາມໝາຍສໍາຄັນໃນການກໍານົດຄຸນນະພາບຂອງການຝຶກອົບຮົມແລະການປະຕິບັດຂອງໂຮງຮຽນ. ປະຈຸບັນ, ມະຫາວິທະຍາໄລວິທະຍາສາດມີທັງໝົດ 12 ຄະນະ; ຫ້ອງທົດລອງ, ສູນວິເຄາະ, ຫໍສະໝຸດມີທັງໝົດ 11 ຫ້ອງ; ຄູອາຈານແລະພະນັກງາມມີທັງໝົດ 300 ຄົນ. ໃນນັ້ນມີຮສ 5ຄົນ, ປອ 99 ຄົນ. ພ້ອມກັນນັ້ນ, ສາຂາຮຽນແລະລະດັບການຮຽນໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ປີ 2021 ມະຫາວິທະຍາໄລວິທະຍາສາດໄດ້ຮັບການປະຕິບັດຕາມຄາດໝາຍທີ່ວາງອອກໃນແຜນຍຸດທະສາດພັດທະນາໂຮງຮຽນເທື່ອລະກ້າວ. ປະຈຸບັນໂຮງຮຽນກໍາລັງສຶກສາອົບຮົມລະດັບປະລິນຍາຕີ 20ສາຂາ, ລະດັບປະລິນຍາໂທ 9 ສາຂາແລະລະດັບປະລິນຍາເອກ 3 ສາຂາ, ນັກສຶສາທັງໝົດ 7000 ຄົນ. ໃນບັນດາສາຂາສຶກສາອົບຮົມຂອງໂຮງຮຽນມີຫຼາຍສາຂາຮຽນທີ່ໜ້າສົນໃຈແລະໄດ້ຮັບການສົນໃຈຂອງສັງຄົມຄື: ກົດໝາຍ, ການທ່ອງທ່ຽວ, ພາສາເກົາຫຼີ, ພາສາຈີນ, ວິທະຍາສາດຄຸ້ມຄອງ, ສົງຄົມສົງເຄາະ, ເຕັກໂນໂລຢີຊີວະວິທະຍາ, ພາສາອັງກິດ, ສື່ສານມວນຊົນ…ທາງໂຮງຮຽນກໍາລັງມີແຜນຈະເປີດໃໝ່ການສອນລະດັບປະລິນຍາໂທສາຂາກົດໝາຍແລະລະດັບປະລິນຍາຕີສາຂາບໍລິຫານການກິລາ. ຜ່ານມາ 19 ປີຢືດໝັ້ນ, ບຸກບືນຕາມຄາດໝາຍຂອງຕົນເອງ. ມະຫາວິທະຍາໄລວິທະຍາສາດກໍເສີມຂະຫຍາຍກໍາລັງແຮງທັງໝົດ, ປະຊາທິປະໄຕ, ສາມັກຄີ, ຂະຫຍັນຂັນແຂ່ງ, ຫົວຄິດປະດິດສ້າງຂອງບັນດາຄູອາຈານພະນັກງານແລະນັກສຶກສາ.ມະຫາວິທະຍາໄລວິທະຍາສາດບໍ່ຢຸດຢັ້ງຂະຫຍາຍແລະເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ; ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສຶກສາຊັບພະຍາກອນມີລະດັບຄຸນນະພາບສູງ; ຄວາມຮຽກຮ້ອງຕ້ອງການກ່ຽວກັບຄຸ້ມຄອງມະຫາວິທະຍາໄລ, ຂອງການຄົ້ນຄວ້າວິທະຍາສາດ…ທາງໂຮງຮຽນໄດ້ຢຶນຢັນຖານະບົດບາດຂອງຕົນເອງໃນລະບົບການສຶກສາຢູ່ ສສ ຫວຽດນາມ. ກໍ່ສ້າງຄຸນຄ່າໃຫ້ແກ່ສັງຄົມ ຜ່ານມາ 19 ປີທີ່ໄດ້ມີຄວາມພະຍາຍາມແລະພັດທະນາຢ່າງຕໍ່ເນື່ອງ, ມະຫາວິທະຍາໄລວິທະຍາສາດກໍາລັງເສີມຂະຫຍາຍຈຸດດີທີ່ເປັນທ່າແຮງຂອງຕົວເອງສ້າງຄົນທີ່ມີຄຸນຄ່າເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ. ໃນຍຸກສະໄໝແຜ່ລະບາດຂອງCovid-19ໃນປີ 2020, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບອຸປະກອນໃນການຕ້ານ Covid-19ບັນດານັກວິທະຍາສາດຂອງມະຫາໄລວິທະຍາສາດໄດ້ຜະລິດເປັນພັນລິດທາດລະລາຍຂ້າເຊື້ອໂລກແລະນໍ້າຢາລ້າງປາກNano, Plasma; ການຜະລິດນີ້ບໍ່ມີແຕ່ນຳໃຊ້ໃນທາງໂຮງຮຽນເທົ່ານັ້ນນອກນີ້ກໍຍັງໄດ້ນຳໃຊ້ເຄື່ອງທາງໂຮງຮຽນມອບໃຫ້ຫຼາຍບ່ອນຫຼາຍສໍານັກງານລວມມີທັງພາຍໃນແລະພາຍນອກຂອງແຂວງທ້າຍຫງວຽນ, ກໍໄດ້ປະກອບສ່ວນໜຶ່ງເຂົ້າໃນການຕ້ານ Covid-19.

ໃນປີ 2020ມີແຕ່ສາມເດືອນກຸ່ມຄົ້ນຄວ້າຂອງມະຫາວິທະຍາໄລວິທະຍາສາດພາຍໃຕ້ການຊີ້ນໍາຂອງປອ.ຫງວຽນຟູຮຸ່ງໄດ້ຄົ້ນຄວ້າແລະມີຜົນສໍາເລັດດັ່ງຫົວຂໍ້: “ຄົ້ນຄວ້າແລະຂະຫຍາຍຊຸດຊີວະພາບກວດພົບSARS-CoV-2ດ້ວຍເຕັກນິກRealtime PCR”ປະກອບເຂົ້າໃນການຕ້ານພະຍາດCovid-19 ຂອງແຂວງທ້າຍຫງວຽນ.ບໍ່ພຽງແຕ່ເທົ່ານັ້ນ, ກຸ່ມຄົ້ນຄວ້າຂອງປອ. ຫງວຽນຟູຮຸ່ງກໍກໍາລັງຄົ້ນຄວ້າແລະໃຫ້ໄດ້ບັນລຸຜົນເພື່ອທີ່ຈະໄດ້ຮັບຢ່າງດີເດັ່ນໃນການກວດພົບເຊື້ອ Covid-19.

ມອບຜະລິດຕະພັນວິທະຍາສາດເຕັກໂນໂລຊີໃຫ້ແຂວງທ້າຍຫງວຽນ

ເພື່ອບັນລຸຜົນສໍາເລັດເຫຼົ່ານັ້ນ, ມະຫາວິທະຍາໄລວິທະຍາສາດໄດ້ສະເໝີໃຫ້ຄວາມສໍາຄັນກັບຄຸນນະພາບຂອງການສຶກສາອົບຮົບແລະພັດທະນາຖັນແຖວຄູອາຈານ; ແຕ່ນັ້ນເພື່ອຢືນຢັນຄວາມເຕີບໃຫຍ່, ກ້າວໜ້າຂອງໂຮງຮຽນໃນທຸກທາງດ້ານ. ມະຫາວິທະຍາໄລວິທະຍາສາດຈາກໂຮງຮຽນທີ່ຍັງໜຸ່ມນ້ອຍໃຫ້ກາຍເປັນໂຮງຮຽນທີ່ເຂັ້ມແຂງໃນທຸກທາງດ້ານການສຶກສາອົບຮົມສັບພະຍາກອນຂອງມະນຸດໃຫ້ແກ່ສັງຄົມໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ຈົດໝາຍສະບັບນີ້ຝາກເຖິງບັນດາຄູອາຈານແລະນັກສຶກສາມະຫາວິທະຍາໄລວິທະຍາສາດຂອງທ່ານອະທິການບໍດີທີ່ໄດ້ຂຽນວ່າ: …“ພວກເຮົາມີຄໍາໝັ້ນສາຍາຈະສ້າງສາມະຫາວິທະຍາໄລ ວິທະຍາສາດກາຍເປັນມະຫາວິທະຍາໄລທີ່ເປັນຈຸດສຸມຂອງມະຫາວິທະຍາໄລທ້າຍຫງວຽນແລະຂອບເຂດໃກ້ຄຽງ, ສ້າງສັນສະພາບການສຶກສາປອດໃສ, ກົນໄກເຮັດວຽກເປີດເຜີຍ, ຖືຄົນເກັ່ງເປັນສໍາຄັນ. ມະຫາວິທະຍາໄລວິທະຍາສາດຈະເປັນບ່ອນທີ່ເອົາຄວາມສໍາເລັດໃຫ້ແກ່ນັກສຶກສາ…”

ພິທີມອບໃບປະກາດສະນີຍະບັດລະດັບປທ-ປອ

ຜ່ານມາ 19 ປີສ້າງສາແລະຂະຫຍາຍຕົວຢ່າງຕໍ່ເນື່ອງມະຫາວິທະຍາໄລວິທະຍາສາດໄດ້ສືບທອດອັນງາມຄວາມດີແລະພັດທະນາໃນຫຼາຍດ້ານ. ທາງໂຮງຮຽນຍາມໃດກໍພະຍາຍາມກາຍເປັນສູນຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ9ສັງຄົມຂອງເຂດພູດອຍພາກເໝືອແລະທົ່ວປະເທດ.

ຮູບພາບຂອງມະຫາວິທະຍາໄລວິທະຍາສາດປະຈຸບັນ

                                                                                                                            ຕາມວູຊາງ-ລີງຈີ

                                                                                                                               ແປໂດຍ: ປທ. ຫງວຽນແທັ່ງຫງັອກ