ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

TNUSຄວາມຮັກໃນລະດູບານໃໝ່ - ເຕົ້າລວມກັນໃນງານບຸນປີໃໝ່

ຕອນເຊົ້າຂອງວັນທີ 27/01/2022, ໄດ້ກະກຽມຕອນຮັບວັນປີໃໝ່ປີ 2022ໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມະຫາວິທະຍາໄລວິທະຍາສາດໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດ-ລາວແຂວງທ້າຍຫງວຽນໄດ້ກອງປະຊຸມແລະມອບຂອງຂວັນພາຍໃຕ້ຫົວຂໍ້“ຄວາມຮັກໃນລະດູບານໃໝ່-ເຕົ້າລວມກັນໃນງານບຸນປີໃໝ່”ໃຫ້ກັບນັກສືກສາລາວທີ່ກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງນີ້. ຜູ້ເຂົ້າຮ່ວມງານຄັ້ງນີ້, ພາກສ່ວນສະມາຄົມມິດຕະພາບຫວຽດ-ລາວແຂວງທ້າຍຫງວຽນ ລວມມີ:ລູງຫງວຽນ ນັງດັກ, ຮອງປະທານປະຈຳການສະມາຄົມມິດຕະພາບຫວຽດ-ລາວ ແຂວງທ້າຍຫງວຽນ ແລະ ຜູ້ສະໜັບສະໜູນ: ສະຫາພັນນັກຮົບເກົ່າກອງພົນທີ 324, 325, ບໍລິສັດທ່ອງທ່ຽວຫວຽດຟອງ. ພາກສ່ວນໂຮງຮຽນລວມມີ: ທ່ານ ຮສຈ.ປອ. ໂງ ວັນ ເຢີ່ຍ, ປະທານສະພາໂຮງຮຽນ, ທ່ານ ຮສຈ.ປອ. ຟ້າມ ເຟືອງ ທ້າຍ, ຮອງຜູ້ອຳນວຍການໂຮງຮຽນ, ທ່ານ ຮສຈ.ປອ. ຟ້າມ ເຖ່ ຈິ໋ງ, ຮອງຜູ້ອຳນວຍການ, ຜູ້ຕ່າງໜ້າຂອງແຕ່ລະໜ່ວຍງານພ້ອມດ້ວຍນັກສືກສາລາວທັງໝົດທີ່ກຳລັງສືກສາຢູ່ໂຮງຮຽນແຫ່ງນີ້. ລາຍການ ຮັກໃນລະດູບານໃໝ່ - ເຕົ້າລວມກັນໃນບຸນປີໃໝ່ ໄດ້ຈັດຕັ້ງຂຶ້ນກໍ່ເພື່ອເປັນການຊຸກຍູ້ແລະເປັນການສ້າງໃຫ້ນັກສຶກສາລາວທີ່ຢູ່ໂຮງຮຽນໄດ້ຕ້ອນຮັບບຸນປະເພນີບຸນປີໃໝ່ຫວຽດນາມ ແລະ ເພື່ອມອບຂອງຂວັນທີ່ມີຄວາມໝາຍໃຫ້ບັນດານັກສືກສາລາວຄື: ມີການແຈກປີ້ ຈໍານວນ 344 ປີ້ກິນເຂົ້າຟຣີເນື່ອງໃນໂອກາດປີໃໝ່ (ນັບແຕ່ວັນທີ 30 ເດືອນທັນວາ ຮອດວັນທີ 3 ເດືອນມັງກອນ), ເຂົ້າຕົ້ມວັນປີໃໝ່ ແລະ ຂອງຂວັນຕ່າງໆຄື: ເຂົ້າໜົມ, ແກ໋ວ, ເຂົ້າໜົມໝືກ, ສີ່ງຈຳເປັນອື່ນໆ... ພ້ອມນັ້ນ, ຜູ້ສະໜັບສະໜູນ​ ກໍ່ໄດ້ແລກປ່ຽນກັບນັກສືກສາລາວ ແລະ ສົ່ງຄໍາອ່ວຍພອນປີໃໝ່ເຖີງພວກນ້ອງ, ຂໍອວຍພອນໃຫ້ພວກນ້ອງມີຄວາມຊົງຈໍາທີ່ມີຄວາມສຸກ ແລະອົບອຸ່ນໃນການສະເຫຼີມສະຫຼອງປີໃໝ່ຕາມປະເພນີຂອງຫວຽດນາມ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນຍິ່ງໃຫຍ່ໃນປີ 2022. ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19,​ ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ, ນັກສືກສາລາວທີ່ບໍ່ໄດ້ກັບຄືນປະເທດ. ໂຮງຮຽນມະຫາວິທະຍາໄລວິທະຍາສາດໄດ້ຈັດຕັ້ງໃຫ້ກັບນັກສືກສາລາວທີ່ອາໄສຢູ່ຫໍພັກ ແລະ ໄດ້ສ້າງບັນຍາກາດຄວາມເບີກບານມ່ວນຊື່ນຕ້ອນຮັບບຸນປະເພນີປີໃໝ່ຂອງປະເທດຫວຽດນາມຢູ່ໂຮງຮຽນ. ໂຮງຮຽນໄດ້ຈັດຕັ້ງການພົບປະອ່ວຍພອນປີໃໝ່ ແລະ ສ້າງທຸກເງື່ອນໄຂທາງດ້ານວັດຖຸແລະຈິດໃຈເພື່ອໃຫ້ນັກສືກສາລາວມີຄວາມສຸກກາຍສະບາຍໃຈໃນໄລຍະທີ່ດໍາລົງຊີວິດຢູ່ຫວຽດນາມໃນໂອກາດບຸນປະເພນີປີໃໝ່ຂອງຫວຽດນາມປີ 2022. ບາງເນື້ອໃນຄໍາປາໄສຢູ່ໃນງານຂອງ ທ່ານ ຮສຈ.​ປອ. ໂງ ວັນ ເຢີ່ຍ, ປະທານສະພາໂຮງຮຽນ ໄດ້ສົ່ງຄຳອ່ວຍພອນປີໃໝ່ ແລະອວຍພອນໃຫ້ບັນດານັກສືກສາລາວຕ້ອນຮັບບຸນປີໃໝ່ຢູ່ທີ່ໂຮງຮຽນຢ່າງເບີກບານມ່ວນຊື່ນແລະ ອົບອຸ່ນ. ອາຈານສະແດງຄວາມເປັນຫວ່ງເປັນໄຍ ແລະໃຫ້ກໍາລັງໃຈແກ່ພວກນ້ອງນັກສືກສາຈົ່ງພະຍາຍາມຕັ້ງໃຈຝືກຝົນຫຼໍ່ຫຼອມ, ຮໍ່າຮຽນເພື່ອໃຫ້ໄດ້ໝາກຜົນທີ່ດີ ແລະເອົາໃຈໃສ່ປະຕິບັດກົດລະບຽບການຈາລະຈອນ, ຮັກສາຄວາມປອດໄພທາງສັງຄົມ ແລະການປ້ອງກັນພະຍາດໂຄວິດ-19. ພ້ອມນັ້ນ, ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມປີ2022, ຜູ້ຕ່າງໝ້າອຳນວຍການໂຮງຮຽນ, ກົມ, ແຕ່ລະຂະແໝງ/ແຕ່ລະວິຊາ ແລະຕ່າງໝ້າອາຈານປະຈຳຫ້ອງກໍໄດ້ມາອ່ວຍພອນປີໃໝ່ໃຫ້ນັກສືກສາລາວດ້ວຍຕົນເອງທີ່ຫໍພັກນັກສືກສາໃນວັນທີ 2 ຂອງວັນປີໃໝ່. ຮູບ: 1 – 8

    TNUS MEDIA