ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ມະຫາວິທະຍາໄລ ວິທະຍາສາດ ຈັດຕັ້ງພິທີພົບປະ, ອວຍພອນປີໃໝ່ ໃຫ້ບັນດານັກສຶກສາສາກົນ ເນື່ອງໃນໂອກາດບຸນປີໃໝ່ 2020

    ໃນຕອນແລງຂອງວັນທີ 13/01/2020, ມະຫາວິທະຍາໄລ ວິທະຍາສາດ - ມະຫາວິທະຍາໄລ ທ້າຍງວຽນ ຈັດຕັ້ງພິທີພົບປະ, ອວຍພອນປີໃໝ່ ໃຫ້ບັນດານັກສຶກສາຕ່າງປະເທດ ທີ່ກຳລັງສຶກສາຮ່ຳຮຽນຢູ່ພາຍໃນມະຫາວິທະຍາໄລ ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ (ເຕດຫວຽດ) 2020. ພາຍໃນພິທີ ເປັນກຽດເຂົ້າຮວ່ມໂດຍ ຮສຈ. ທ່ານ ນ. ຟ່າມ ທີ ເຟືອງ ທ້າຍ - ຮອງອະທິການບໍດີ ມະຫາວະທະຍາໄລ, ຕາງໜ້າໃຫ້ແກ່ຜູ້ນຳໃນບັນດາພະແນກ, ຄະນະ, ອາຈານປະຈຳຫອ້ງ ພອ້ມດວ້ຍນັກສຶກສາລາວ, ຈີນ ທີ່ກຳລັງສຶກສາຮ່ຳຮຽນຢູ່ແຫ່ງນີ້. ນີ້ແມ່ນ 1 ໃນບັນດາການເຄື່ອນໄຫວປະຈຳປີທີ່ທາງມະຫາວິທະຍາໄລໄດ້ຈັດຕັ້ງຂື້ນ ແນໃສ່ສະຫຼຸບຜົນການຝຶກອົບຮົມນັກສຶກສາຕ່າງປະເທດໃນປີ 2019. ພອ້ມດຽວກັນນັ້ນ ຍັງຖືເປັນໂອກາດທີ່ນັກສຶກສາຈະໄດ້ພົບປະ, ແລກປ່ຽນ, ປະກອບສ່ວນເຂົ້າໃນສ້າງສາມິດຕະພາບລະຫວ່າງຫວຽດນາມແລະເພື່ອນມິດສາກົນໃຫ້ແໜ້ນແຟ້ນຂຶ້ນ. ພາຍໃນພິທິ, ຮສຈ ຟ່າມ ທີ ເຟືອງ ທ້າຍ - ຮອງອະທິການບໍດີ ມະຫາວິທະຍາໄລ ໄດ້ກ່າວອຳອວຍພອນເຖິງບັນດານັກສຶກສາຕ່າງປະເທດທີ່ກຳລັງສຶກສາຮ່ຳຮຽນແລະຄົ້ນຄວ້າແລກປ່ຽນໃນໂຮງຮຽນ. ທ່ານອວຍພອນໃຫ້ບັນດານັກສຶກສາຕ່າງປະເທດມີວັນພັກຜ່ອນທີ່ອົບອຸ່ນແລະໜ້າຈົດຈຳກັບຄອບຄົວ-ຍາດຕິພີ່ນ້ອງ. ທ່ານໄດ້ຢືນຢັນວ່າ ທາງມະຫາວະທະຍາໄລຈະຢູ່ຄຽງຂ້າງແລະຄອຍສະໜັບສະໜູນນັກສຶກສາຢ່າງສຸດຄວາມສາມາດໃນການສຶກສາຮ່ຳຮຽນກໍ່ຄືການດຳລົງຊີວິດ. ທ່ານກໍຫວັງວ່ານັກສຶກສາບໍ່ພຽງແຕ່ຈະຮ່ຳຮຽນແລະຝຶກຝົນຫຼໍ່ຫຼອມຕົນເອງໄດ້ດີເທົ່ານັ້ນ, ແຕ່ຈະຍັງຈື່ຈຳແລະຄິດຮອດມະຫາວິທະຍາໄລ TNUS ດ້ວຍຄວາມຮູ້ສຶກອົບອຸ່ນ, ໃກ້ຊິດແລະຈິງໃຈ.

ຮູບ 1: ຮສຈ ຟ່າມ ທີ ເຟືອງ ທ້າຍ - ຮອງອະທິການບໍດີ ມະຫາວິທະຍາໄລ ໄດ້ກ່າວຄຳອວຍພອນເຖິງບັນດານັກສຶກສາສາກົນ

    ອີກພາກສ່ວນໜຶ່ງທີ່ສຳຄັນຂອງພິທີແມ່ນນັກສຶກສາຕ່າງປະເທດເຫຼົ່ານີ້ ຍັງໄດ້ຮັບຟັງການແນະນຳກ່ຽວກັບຄວາມໝາຍແລະຮີດຄອງປະເພນີຂອງບຸນປີໃໝ່ປະຈຳຊາດຫວຽດນາມ. “ບຸນປີໃໝ່ຫວຽດ” ຫຼືທີ່ຮູ້ຈັກກັນໃນຊື່ “ເຕດຫວຽດ” ແມ່ນບຸນປີໃໝ່ທີ່ໃຫ່ຍທີ່ສຸດແລະສຳຄັນທີ່ສຸດຂອງຊາວຫວຽດນາມ, ປະສົມກົມກຽວກັບວັດທະນະທຳປີໃໝ່ ຕາມຈັນທະຄະຕິຂອງບັນດາປະເທດຕາເວັນອອກ. ເຊີ່ງຖືວ່າເປັນບຸນທີ່ມີຊວ່ງເວລາທີ່ມວ່ນຊື່ນທີ່ສຸດ, ຄຶກຄຶ້ນທີ່ສຸດແລະອົບອຸ່ນທີ່ສຸດໃນປີ. ເພາະປີໃໝ່ເປັນໂອກາດສຳຄັນສຳລັບການເລີ່ມຕົ້ນໃໝ່, ຄວາມຮັກ,ຄວາມເຊື່ອໝັ້ນ, ຄວາມໂຊກດີ, ພອ້ມດວ້ຍຄວາມປາດຖະໜາ, ອາທິຖານດວ້ຍຄວາມຈິງໃຈ. ສະນັ້ນວັນປີໃໝ່ ນີ້ຈື່ງມີຄວາມໝາຍຫຼາຍຢ່າງທີ່ມີລັກສະນະມະນຸດສະທຳແລະເລິກເຊິ່ງກວ່າບຸນຕ່າງໆຂອງປີ.

    ປະສົມປະສານກັບບັນຍາກາດມວ່ນຊື່ນນັ້ນ, ນັກສຶກສາສາກົນແລະນັກສຶກສາຫວຽດນາມຍັງໄດ້ປະກອບສວ່ນດວ້ຍການສະແດງສິລະປະຕ່າງໆທີ່ມີສີສັນເຮັດໃຫ້ບັນຍາກາດຟົດຟື້ນຂື້ນຕື່ມ ແລະເນື່ອງໃນໂອກາດດຽວກັນນີ້, ທາງມະຫາວະທະຍາໄລກໍຍັງໄດ້ມີຂອງຂວັນເພື່ອເປັນກຳລັງໃຈແລະສະໜັບສະໜຸນ ພອ້ມດວ້ຍຄຳອວຍພອນທີ່ລຶກຊື້ງ ເຖິງບັນດານັກສຶກສາຕ່າງປະເທດ. ໃນບັນຍາກາດອັນມ່ວນຊື່ນຂອງປີໃໝ່ ມະຫາວິທະຍາໄລຫວັງວ່າ, ເຊື່ອໝັ້ນວ່າແລະປາດຖະໜາວ່ານັກສຶກສາສາກົນທຸກຄົນຈະປະສົບຜົນສຳເລັດໃນການຮຽນແລະການເຄື່ອນໄຫວໃນອະນາຄົດ.

ຮູບ 2: ຕາງໜ້ານັກສຶກສາສາກົນມອບຂອງຂວັນແລະອວຍພອນປີໃໝ່ແກ່ມະຫາວິທະຍາໄລ

ຮູບ 3,4,5,6,7: ຄະນະບໍລະຫານໂຮງຮຽນມອບຂອງຂວັນອວຍພອນປີໃໝ່ແກ່ນັກສຶກສາສາກົນ

ຮູບ 8: ການສ້າງສີສັນໃນງານ

ຮູບ 9: ນັກສຶກສາສາກົນຖ່າຍຮູບກັບອາຈານແລະຄະນະບໍລິຫານໂຮງຮຽນເປັນທີ່ລະນຶກ

(ຫວຽນ ທິ ຮວ່ຽນ ຈາງ - ວິທະຍາສາດເຕັກໂນໂລຢີແລະການຮ່ວມມືສາກົນ)