ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

“ມະຫາວິທະຍາໄລ ວິທະຍາສາດ ຕອ້ນຮັບນັກສຶກສາລາວ ກັບຄືນມາສືບຕໍ່ການຮຽນ ພາຍຫຼັງພັກຮຽນຈາກການລະບາດຂອງ covid19”

ປະຕິບັດຕາມໜັງສືທາງການ ສະບັບເລກທີ 4588/ສພຊ, ລົງວັນທີ 8 ມິຖຸນາ 2020 ຂອງນາຍົກລັດຖະມົນຕີວ່າດ້ວຍການສ້າງເງື່ອນໄຂໃຫ້ນັກສຶກສາລາວແລະກຳປູເຈຍ ກັບຄືນມາສືບຕໍ່ຮຽນຢູ່ ສສ ຫວຽດນາມ. ມະຫາວິທະຍາໄລ ວິທະຍາສາດ ໄດ້ຈັດຕັ້ງ ການຕ້ອນຮັບນັກສຶກສາລາວຫຼາຍຄັ້ງ ເພື່ອກັບຄືນມາສືບຕໍ່ການຮຽນຕັ້ງແຕ່ວັນທີ 19 ກໍລະກົດ 2020.

ພາຍຫຼັງສຳເລັດການແຍກປ່ຽວເປັນເວລາ 14 ວັນໃນແຂວງຮ່າຕິ່ງ, ແຂວງດ່ຽນບຽນ ແລະແຂວງເຫງະອານ, ອີງຕາມລະບຽບແລະອີງຕາມຜົນການກວດຫາ COVID-19 ທີ່ເປັນລົບ. ດັ່ງນັ້ນ, ນັກສຶກສາລາວ ໄດ້ກັບຄືນມະຫາວິທະຍາໄລເພື່ອສືບຕໍ່ໃນເສັ້ນທາງການ ສຶກສາຂອງຕົນ.

ຮູບພາບ 1: ໃນແລງວັນທີ 08/08/2020 ນັກສຶກສາລາວໄດ້ມາຮອດເຂດຫໍພັກນັກສຶກສາ ມະຫາວິທະຍາໄລ ວິທະຍາສາດ-ມະຫາວິທະຍາໄລ ທ້າຍງວຽນ

ມະຫາວິທະຍາໄລ ວິທະຍາສາດ ມີນັກສຶກສາລາວ ທັງໝົດ 47 ຄົນ ທັງໃນທຶນແລະນອກທຶນ ໃນລະດັບການສຶກສາ: ປະລິນຍາໂທ, ມະຫາວິທະຍາໄລຕີ ແລະເຊື່ອມຕໍ່ຊັ້ນສູງຂື້ນປະລິນຍາຕີ. ແຕ່ວັນທີ 5/7/2020 ເຖິງ 31/7/2020 ນັກສຶກສາລາວຂອງ ມະຫາວິທະຍາໄລ ວິທະຍາສາດ ໄດ້ເຂົ້າ ສສ ຫວຽດນາມ ໂດຍຜ່ານດ່ານເກິ່ວແຈວ - ແຂວງ ຮ່າຕີ່ງ, ດ່ານນ້ຳກັ່ນ - ແຂວງເຫງະອານ, ດ່ານເຕິຍຈາງ - ແຂວງດ່ຽນບຽນ. ພາຍຫຼັງ ສຳເລັດການແຍກປ່ຽວເປັນເວລາ 14 ວັນ ໃນບໍລິເວນຊາຍແດນ, ເມື່ອກັບຄືນຫໍພັກນັກສຶກສາຕ່າງປະເທດ, ນັກສຶກສາລາວຍັງໄດ້ ສືບຕໍ່ຕິດຕາມສຸຂະພາບອີກ 14 ວັນ.

ຮູບພາບ 2:ເມື່ອກັບມາຮອດມະຫາວິທະຍາໄລແພດໝໍໄດ້ກວດໄຂ້ແກ່ນັກສຶກສາລາວທຸກຄົນ

ເພື່ອຮັບປະກັນສຸຂະພາບຂອງນັກສຶກສາແລະນັກສຶກສາຕ່າງປະເທດ, ມະຫາວິທະຍາໄລ ວິທະຍາສາດ ໄດ້ມີມາດຕະການສະເພາະ ເພື່ອເພີ່ມທະວີການປ້ອງກັນການລະບາດທົ່ວມະຫາວິທະຍາໄລ, ສີດຢາຂ້າເຊື້ອ ທົ່ວອາຄານຫໍພັກ K16 ເປັນເວລາສອງມື້. ກ່ອນທີ່ຈະຮັບນັກສຶກສາເຂົ້າມາພັກໃນຫໍພັກ. ນອກຈາກນີ້, ມະຫາວິທະຍາໄລຍັງໄດ້ກະກຽມຜ້າປິດປາກ, ສະບູລ້າງມື, ນ້ຳລ້າງມື, ຖັງຂີ້ເຫຍື້ອທີ່ມີຝາປິດ ແຈກຢາຍ ທົ່ວເຂດຫອ້ງຮຽນແລະຫໍພັກ.      ແຕ່ລະຫ້ອງຂອງນັກສຶກສາຕ່າງປະເທດ ຍັງມີຟອຍກວດ, ໄມ້ຖູພື້ນ, ຜ້າເຊັດ, ຖັງຊາມແລະຜົງລ້າງຊັກທົ່ວໄປເພື່ອໃຫ້ນັກສຶກສາທີ່ກຳລັງແຍກປ່ຽວໄດ້ທຳຄວາມສະອາດແລະຂ້າເຊື້ອໃນຫ້ອງເພື່ອຮັບປະກັນສຸຂະອະນາໄມ. ໜ້າຫອ້ງຂອງທຸກຫອ້ງໄດ້ຕິດກົດລະບຽບແລະຄວາມຮູ້ພື້ນຖານກ່ຽວກັບ ການປ້ອງກັນການລະບາດຂອງ Covid - 19 ທີ່ມີທັງພາສາຫວຽດນາມແລະພາສາລາວ. ທຸກໆມື້, ນັກສຶກສາຈະມີການກວດສຸຂະພາບແລະວັດແທກໄຂ້ໂດຍພະນັກງານແພດ. 

ຮູບພາບ 3: ທາງມະຫາວິທະຍາໄລໄດ້ແຈກຜ້າປິດປາກໃຫ້ນັກສຶກສາທຸກໆຄົນເພື່ອປອ້ງກັນພະຍາດ

ພິເສດ, ໃນໄລຍະການແຍກປ່ຽວ 14 ວັນໃນມະຫາວິທະຍາໄລ, ທາງມະຫາວິທະຍາໄລວິທະຍາສາດ ຈະເວັ້ນຄ່າໃຊ້ຈ່າຍທັງອາຫານການກິນແລະຄ່າພັກເຊົາແກ່ນັກສຶກສາ. ໃນທຸກໆມື້, ໂຮງອາຫານ 4.0 ຂອງມະຫາວິທະຍາໄລ ຈະກະກຽມແລະແຈກຢາຍອາຫານເຊົ້າ, ອາຫານທ່ຽງ ແລະອາຫານແລງ ໃຫ້ແກ່ນັກສຶກສາລາວ. ຜ່ານການໂອ້ລົມສົນທະນາກັບນອ້ງໆ, ພວກເຂົາມີຄວາມກະຕັນຍູແລະຮູ້ບຸນຄຸນ ຢ່າງຍິ່ງທີ່ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະອະທິການບໍດີ ແລະຄູອາຈານໃນມະຫາວິທະຍາໄລ. ພວກເຂົາທຸກຄົນຫວັງວ່າ ຈະສຳເລັດການກັກບໍລິເວນໄວ ເພື່ອຈະໄດ້ສືບຕໍ່ໄປຮຽນ ຫຼັງຈາກພັກຜ່ອນ ໃນໄລຍະຍາວ.

ທ້າຍຮົ່ງ-ເລເທືອງ-ຫອ້ງຂ່າວສານໜັງສືພິມ K16