ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ຈົດໝາຍອວຍພອນຂອງ ທ່ານອໍານວຍການໂຮງຮຽນເນື່ອງໃນໂອກາດວັນຊາດແຫ່ງ ສປປ ລາວ ຄົບຮອບ 46 ປີ (02/12/1975 – 02/12/2021)

ພວກນ້ອງໆນັກສືກສາລາວທີ່ຮັກແພງ!

ເນືື່ອງໃນໂອກາດວັນຊາດແຫ່ງ ສປປ ລາວຄົບຮອບ 46 ປີ (2/12/1975 – 2/12 /2021), ຂໍຕາງໜ້າຄະນະອໍານວຍການ,  ບັນດາຄູອາຈານທາງໂຮງຮຽນ, ອາຈານ ຂໍສົ່ງຄຳອວຍພອນຍິນ ດີຢ່າງສຸດໃຈເຖິງບັນດານັກສືກສາລາວທີ່ກໍາລັງສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ ວິທະຍາ ສາດທ້າຍຫງວຽນ.

ກ່ອນໜ້ານີ້ 46 ປີ, ຫວຽດນາມ - ລາວ ສອງປະເທດອ້າຍນ້ອງໄດ້ຄຽງບ່າຄຽງໄລ່, ຢືນ ຄຽງຂ້າງໃນສົງຄາມເພື່ອເອກະລາດແຫ່ງຊາດ ແລະເສລີພາບ. ມື້ນີ້, ຫວຽດນາມ - ລາວ ໄດ້ ຮ່ວມມືຮອບດ້ານໃນທຸກຂົງເຂດ, ໃນນັ້ນມີການສືກສາ ແລະຝຶກອົບຮົມ.

ໃນຊຸມປີມໍ່ໆມານີ້, ໂຮງຮຽນມະຫາວິທະຍາໄລ ວິທະຍາສາດ ໄດ້ເອົາໃຈໃສ່ເຖີງການ ສຶກສາອົບຮົມນັກສືກສາຕ່າງປະເທດໃນນັ້ນມີານັກສືກສາລາວ. ໂຮງຮຽນໄດ້ສ້າງເງື່ອນໄຂດີທີ່ສຸດ ໃຫ້ແກ່ບັນດານັກສືກສາລາວໄດ້ຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະກາຍເປັນຄົນດີຂອງສັງຄົມ. ຫຼັງ ຈາກທີ່ໄດ້ຈົບມາຈາກ ມະຫາວິທະຍາໄລ ວິທະຍາສາດ, ນັກສືກສາລາວຈຳນວນຫຼາຍໄດ້ກັບຄືນ ບ້ານເກີດເມືອງນອນເພື່ອປະກອບສ່ວນກໍ່ສ້າງປະເທດ. ບັນດານັກສືກສາລາວຂອງ TNUS ໄດ້ ປະກອບສ່ວນຢ່າງແທ້ຈິງເຂົ້າໃນການລວມຕົວ, ພັດທະນາສາຍພົວພັນມູນເຊື້ອອັນແໜ້ນແກ່ນ ຫວຽດ - ລາວ.

ປະຈຸບັນນີ້ໂລກລະບາດພະຍາດໂຄວິດ-19 ມີເຫດການທີ່ສັບສົນຫຼາຍ, ອາຈານຫວັງວ່າ ພວກ ນ້ອງນັກສືກສາຈະຮູ້ວິທີການຮັກສາສຸຂະພາບ, ປະຕິບັດຕາມຫຼັກການ 5K ຂອງກະຊວງ ສາທາລະນະສຸກ ແລະບັນດາກົດລະບຽບ, ຄຳແນະນຳຂອງໂຮງຮຽນ, ຜ່ານຜ່າຄວາມຫຍຸ້ງຍາກ ທີ່ເກີດຈາກການແຜ່ລະບາດມາສືກສາກັນໃຫ້ດີ. ອີກເທື່ອໜື່ງ, ອາຈານຂໍອ່ວຍພອນໄຊໃຫ້ແກ່ນັກສືກສາທັງໜົດເນື່ອງໃນວັນຊາດ ສປປ ລາວ. ຂໍອວຍພອນໄຊໃຫ້ແກ່ນັກສືກສາໄດ້ຮັບຄວາມສຸກໃນວັນຢຸດປະຈຳຊາດ.

ດ້ວຍຄວາມຮັກແພງ!  

        ທ້າຍຫງວຽນ, ວັນທີ 01 ເດືອນ 12 ປີ 2021                       

ທ່ານ ຮສ.ປອ ຫງວຽນວັນດັງ                 

                   ຜູ້ອໍານວຍການ