ຂໍ້ມູນຂ່ານສານ | ມະຫາວິທະຍາໄລ ວິທະຍາສາດ ທ້າຍ ຫງວຽນ

ຈົດໝາຍອວຍພອນໄຊຂອງທ່ານອະທິການບໍດີເຖິງນັກສຶກສາລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2563 ປີ ຄສ 2020

     ເຖິງ ນອ້ງນັກສຶກສາລາວທີ່ຮັກແພງ

     ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2563 ຄສ 2020 ນີ້, ຕາງໜ້າໃຫ້ຄະນະພັກ, ຄະນະບໍລິຫານ, ຄູ-ອາຈານແລະນັກສຶກສາມະຫາວິທະຍາໄລ ວິທະຍາສາດ - ມະຫາວິທະຍາໄລ ທ້າຍງວຽນ, ອາຈານຂໍອວຍພອນໄຊໃຫ້ພວກນອ້ງແລະຄອບຄົວກ້າວສູ່ປີໃໝ່ມີແຕ່ຄວາມສຸກ, ສຸຂະພາບເຂັ້ມແຂງແລະປະສົບຜົນສຳເລັດ.

     ບຸນປີໃໝ່ລາວ (ສົງການ) ແມ່ນບຸນປະເພນີດັ້ງເດີມແລະເປັນບຸນທີ່ໃຫ່ຍທີ່ສຸດຂອງລາວ, ມີຄຸນຄ່າແລະມີຄວາມເຊື່ອນຳມາເຊີ່ງຄວາມສຸກກາຍສະບາຍໃຈ, ຄວາມຈະເລີນຮຸ່ງເຮືອງ, ຄວາມບໍລິສຸດຂອງມະນຸດ, ພອ້ມດວ້ຍຄວາມປາດຖະໜາປີໃໝ່ທີ່ລົມແລະຝົນເອື້ອອຳນວຍ, ອີ່ມກາຍອີ່ມໃຈແລະຢູ່ດີມີຄວາມສຸກ.

     ການສະເຫຼີມສະຫຼອງຕ້ອນຮັບປີໃໝ່ໃຫ້ແກ່ນັກສຶກສາລາວທີ່ມະຫາວິທະຍາໄລວິທະຍາສາດ - ມະຫາວິທະຍາໄລທ້າຍງວຽນ ແມ່ນກິດຈະກຳປະຈຳປີຂອງມະຫາວິທະຍາໄລ, ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາລາວທີ່ຢູ່ໄກບ້ານແຕ່ຍັງມີວັນບຸນປີໃໝ່ທີ່ອົບອຸ່ນ ແລະມີແຮງຈູງໃຈໃນການຮໍ່າຮຽນຫລາຍຂຶ້ນ, ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດຫວຽດນາມ - ລາວ. ໃນປີ 2020, ໂຣກລະບາດ Covid-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ໂລກ. ໃນສະພາບການດັ່ງກ່າວ, ທາງມະຫາວິທະຍາໄລບໍ່ໄດ້ຈັດກິດຈະກຳແລກປ່ຽນມິດຕະພາບເພື່ອສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ, ໃນນາມຕາງໜ້າຄູອາຈານ, ນັກຮຽນ, ນັກສຶກສາມະຫາວິທະຍາໄລວິທະຍາສາດ, ອາຈານຂໍສົ່ງຄຳອວຍພອນເຖິງນັກສຶກສາທຸກຄົນມີສຸຂະພາບເຂັ້ມແຂງແລະຢູ່ເຢັນເປັນສຸກ! ຂໍອວຍພອນໃຫ້ທຸກຄົນປະສົບຜົນສຳເລັດໃນໜ້າທີ່ການຮຽນ, ປະກອບສ່ວນສ້າງສາປະເທດໃຫ້ສວຍງາມ, ຮ່ວມມືກັບໂຮງຮຽນແລະລັດຖະບານຂອງສອງປະເທດຫວຽດນາມ-ລາວເພື່ອກຳຈັດການລະບາດຂອງ Covid-19 ໄດ້ໃນໄວໆນີ້.  ພວກຂ້າພະເຈົ້າຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດແລະປະຊາຊົນຫວຽດນາມ - ລາວຂອງພວກເຮົາຂຽວສົດງົດງາມແລະໝັ້ນຄົງຕະຫຼອດໄປ. 

     ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຖານທູດລາວ, ພະແນກສຶກສາທິການແລະກິລາທຸກແຂວງຂອງລາວ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງທ້າຍຫງວຽນ, ມະຫາວິທະຍາໄລ ທ້າຍງວຽນແລະບັນດາໜວ່ຍງານຄູ່ຮ່ວມງານທີ່ໄດ້ເອົາໃຈໃສ່ແລະຮ່ວມມືກັບມະຫາວິທະຍາໄລໃນວຽກງານການຝຶກອົບຮົມນັກສຶກສາລາວ. ທາງມະຫາວິທະຍາໄລຫວັງວ່າຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ແລະການຮ່ວມມືທີ່ປະສົບຜົນສຳເລັດໃນອະນາຄົດ. 

     ດວ້ຍຄວາມເຄົາລົບແລະຮັກແພງ!

     ທ່ານ ຮສຈ.ດຣ ຫວຽນ ວັນ ດັງ

     ເລຂາຄນະພັກ, ອະທິການບໍດີມະຫາວິທະຍາໄລ